ໂທລະສັບ 021 316253

ການນຳຂັ້ນສູງຂອງນະຄອນດາໜັງ, ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັ່ນ ກວາງ, ກຳມະການສູນກາງພັກ, ເລຂາພັກແຂວງ, ຫົວໜ້າຄະນະຜູ້ແທນສະພານະຄອນດາໜັງ

Jul 1, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ

ໄດ້ຈັດພິທີຕ້ອນຮັບ ຄະນະຜູ້ແທນຂັ້ນສູງຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ) ຊຶ່ງນຳພາໂດຍ ທ່ານນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານ ສສຍລ ໃນໂອກາດທີ່ເຄື່ອນໄຫວຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ; ເຂົ້າຮ່ວມໃນພິທີມີ ທ່ານນາງ ຮາ ທິ ຫງ່າ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງຫວຽດນາມ, ທ່ານ ສຸພັນ ຫາດາວເຮືອງ ຫົວໜ້າກົງສູນໃຫຍ່ ແຫ່ງ ສປປລາວ ທີ່ນະຄອນດາໜັງ, ສສ ຫວຽດນາມ, ຄະນະນຳ ສຍ ນະຄອນດາໜັງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.