ໂທລະສັບ 021 316253

ໃນຕອນເຊົ້າວັນທີ 23 ພຶດສະພາ 2022 ສູນກາງສະຫະພັນແມ່ຍິງລາວ ຈັດກອງປະຊຸມຊຸກຍູ້ຕິດຕາມວຽກງານພັດທະນາແມ່ຍິງ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ

May 23, 2022 | ຂ່າວສານ ແລະ ກິດຈະກຳ, ແຂວງສາລະວັນ

ໂດຍການເປັນປະທານຮ່ວມຂອງທ່ານ ນ. ທຳມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານ ສສຍລ ແລະ ທ່ານ ຄຳຕາ ໂຮ່ຊົງເຣືອງ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນແຂວງ​ ເຂົ້າຮ່ວມມີສະຫະພັນແມ່ຍິງແຂວງສາລະວັນ ແລະ​ ສະມາຊິກແມ່ຍິງອ້ອມຂ້າງແຂວງ.
ກອງປະຊຸມຄັ້ງນີ້ໄດ້ຮັບຟັງການສະຫຼຸບລາຍງານຫຍໍ້ຈາກ ທ່ານ ນ. ວາດສະໜາ ໂພໄຊຍະວົງ ປະທານສະຫະພັນແມ່ຍິງແຂວງ ເຊິ່ງໄດ້ລາຍງານສະພາບລວມຂອງການຈັດຕັ້ງປະຕິບັດວຽກງານພັດທະນາແມ່ຍິງ ທີ່ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດຂອງແຂວງ. ນອກຈາກນີ້ຕາງໜ້າຈາກກົມແຜນການ ແລະ ການຮ່ວມມືກັບຕ່າງປະເທດ, ກົມຈັດຕັ້ງ-ພະນັກງານ, ສູນອົບຮົມແມ່ຍິງລາວ ສສຍລ ກໍ່ໄດ້ນຳສະເໜີພາລະບົດບາດ ພ້ອມທັງວຽກງານທີ່ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ.