ໂທລະສັບ 021 316253

ຄະນະຜູ້ແທນຂັ້ນສູງຂອງ ສສຍລ ນຳໂດຍ ທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ ໄດ້ໄປຢ້ຽມຢາມສະໂມສອນ

Jul 2, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ

ຜູ້ຊາຍຕະລຸມບອນໃນການປ້ອງກັນ, ຮັບມືກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຢູ່ກຸ່ມບ້ານຮວ່າ ເກື່ອງ ບັ໋ກ, ເມືອງຫາຍ ເຈົາ, ນະຄອນດາໜັງ ສສ ຫວຽດນາມ ຊຶ່ງຄະນະຜູ້ແທນໄດ້ຮັບການຕ້ອນຮັບອັນອົບອຸ່ນຈາກ ການນຳສະຫະພັນແມ່ຍິງນະຄອນ, ຄະນະຄອບຄົວສັງຄົມ ເສດຖະກິດ, ຄະນະສ້າງສາການຈັດຕັ້ງສະຫະພັນ ແລະ ຫ້ອງການສະຫະພັນແມ່ຍິງຂັ້ນເມືອງ, ກຸ່ມບ້ານດັ່ງກ່າວ ຕະຫຼອດຮອດອາສາສະໝັກທັງຍິງ-ຊາຍທີ່ເຂົ້າຮ່ວມໃນສະໂມສອນດັ່ງກ່າວ.