ຊຶ່ງຕັ້ງຢູ່ນະຄອນຕາມກີ່, ແຂວງກວາງນາມ, ສສ ຫວຽດນາມ. ສະຖານທີ່ນີ້ສ້າງຂຶ້ນ ເພື່ອຈາກລຶກບຸນຄຸນ ແລະ ເຊີດຊູຕໍ່ການອຸທິດ ເສຍສະຫຼະອັນໃຫຍ່ຫຼວງຂອງບັນດາຜູ້ເປັນແມ່. ພ້ອມທັງເປັນບ່ອນໂຄສະນາ, ສຶກສາອົບຮົມມູນເຊື້ອ, ຈິດໃຈຮັກຊາດ, ຮັກຄວາມສັນຕິພາບຂອງບັນດາຮຸ້ນຄົນໃນສະໄໝກ່ອນ ກໍຄືຮຸ້ນປັດຈຸບັນ ແລະ ອະນາຄົດ. ຮູບປັ້ນເຄິ່ງໂຕແຫ່ງນີ້ແມ່ນຮູບປັ້ນຂອງ ແມ່ ຫງວຽນ ທິ ທື໋ ທີ່ເປັນສັນຍາລັກໃຫ້ແກ່ຜູ້ເປັນແມ່ຫວຽດນາມ ຈຳນວນ 140.000 ຄົນ ທີ່ໄດ້ເສຍສະຫຼະຜູ້ເປັນລູກ ເປັນຜົວ ໄປປະຕິບັດໜ້າທີ່ຢູ່ແນວໜ້າໃນໄລຍະຕໍ່ສູ້ກູ້ຊາດ.