ໂທລະສັບ 021 316253

ໃນຕອນບ່າຍຂອງວັນທີ 27 ກໍລະກົດ 2022 ຮາກຖານສະຫະພັນແມ່ຍິງຫ້ອງວ່າການແຂວງບໍລິຄຳໄຊ

Jul 27, 2022 | ຂ່າວສານ ແລະ ກິດຈະກຳ, ແຂວງບໍລິຄໍາໄຊ

ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວ ຄົບຮອບ 67 ປີ ( 20 ກໍລະກົດ 1955 – 20 ກໍລະກົດ 2022 ) ຢູ່ທີ່ຫ້ອງປະຊຸມເບີ 04 ຫ້ອງວ່າການແຂວງບໍລິຄໍາໄຊ, ໂດຍໃຫ້ກຽດປາຖະກະຖາເລົ່າປະຫວັດມູນເຊື້ອຂອງ ທ່ານ ສາຍຄຳ ວົງຄຳທອງ ຄະນະພັກຮາກຖານ, ຮອງຫົວໜ້າຫ້ອງວ່າການແຂວງ, ມີບັນດາສະມາຊິກແມ່ຍິງພາຍໃນຮາກຖານ, ສະມາຊິກແມ່ຍິງຮາກຖານ, ໜ່ວຍ ເຂົ້າຮ່ວມທັງໝົດ 28 ຄົນ, ຊາຍ 6 ຄົນ.
ໃນພິທີ ທ່ານ ສາຍຄຳ ວົງຄຳທອງ ໄດ້ເຫຼົ່າເຖິງປະຫວັດມູນເຊື້ອການກຳເນີດ, ເຕີບໃຫ່ຍຂະຫຍາຍຕົວ ແລະ ​ບົດບາດ​ຂອງ​ເອື້ອຍ​ນ້ອງ​ແມ່ຍິງ​ລາວ​ທີ່​ມີ​ມູນ​ເຊື້ອ​ຕໍ່ສູ້​ອັນ​ພີລະ​ອາດ​ຫານ​ບໍ່​ຍອມ​ຈຳນົນ​ເປັນ​ຕົ້ນ​​ໄລຍະ​ການ​ປະຕິວັດ​ຊາດ ແມ່ຍິງລາວໄດ້ຄຽງບ່າຄຽງໄຫຼ່ກັບເພດຊາຍ ຕໍ່ສູ້ຢ່າງເດັດດ່ຽວຕ້ານພວກສັກດີນາ ແລະ ພວກລ່າເມືອງຂຶ້ນແບບເກົ່າເພື່ອໃຫ້ລູກ, ຜົວຂອງຕົນ​ໄດ້ຫຼຸດພົ້ນອອກຈາກການຖືກເກນໄປເປັນກຸລີໂດຍບໍ່ໄດ້ຮັບຄ່າຈ້າງ ແລະ ຈາກການທຸບຕີທໍລະມານຢ່າງໂຫດ ຮ້າຍປ່າ ເຖື່ອນຂອງພວກສັດຕູ, ຂະ​ບວນການ​ເຄື່ອນ​ໄຫວ​ຂອງ​ແມ່ຍິງ​ໄດ້​ຂະຫຍາຍ​ໄປ​ທຸກ​ແຫ່ງ​ໃນ​ທົ່ວ​ປະ​ເທດ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ແຄວ້ນ​ລາວ, ມາ​ຮອດ​ວັນທີ 20 ກໍລະກົດ 1955 ພັກ​ໄດ້​ຈັດ​ຕັ້ງ​ໜ່ວຍ​ຄົ້ນ ຄວ້າ​ວຽກ​ງານ​ແມ່ຍິງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ​ໂດຍ​ແມ່ນ ທ່ານ​ ນາງ ຄຳ​ຫຼ້າ ວົງ​ສັກ ​ເປັນ​ຫົວໜ້າ, ​ເຊິ່ງ​ເຮັດ​ໜ້າ​ທີ່ເບິ່ງແຍງລ້ຽງດູ, ປ້ອງກັນຮັກສາກອງທະຫານກູ້ຊາດ ເພື່ອເຄື່ອນໄຫວສືບຂ່າວ ແລະ ສົ່ງຂ່າວໃຫ້ກຳລັງປະຕິວັດ, ປຸກລະດົມ​ຂົນຂວາຍ​ຊາວ​ໝຸ່ມ, ລູກ​ຫຼານ​ອອກ​ຮັບ​ໃຊ້​ປະ​ເທດ​ຊາດ,​ເພີ່ມ​ພູນ​ຜະລິດຜົນ, ອົງການຈັດຕັ້ງສະຫະພັນແມ່ຍິງລາວນັບແຕ່ມື້ສ້າງຕັ້ງເປັນຕົ້ນມາທີ່ໄດ້ນຳພາເຄື່ອນໄຫວຕາມພາລະບົດບາດ, ສິດໜ້າທີທີ່ໄດ້ກຳນົດໄວ້ໃນກົດລະບຽບນັບມື້ເຕິບໃຫຍ່ຂະຫຍາຍຕົວ, ມາຮອດປັດຈຸບັນດຳເນິນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII ແມ່ຍິງຈຳນວນຫຼາຍໄດ້ມີບົດບາດເຂົ້າໃນການນຳຂັ້ນຕ່າງໆນັບມື້ນັບຫລາຍຂື້ນ, ພ້ອມທັງຍົກໃຫ້ເຫັນປະຫວັດການເຄື່ອນໄຫວຂອງອົງການຈັດຕັ້ງສະຫະພັນແມ່ຍິງແຂວງບໍລິຄຳໄຊ, ຜ່ານການເຄື່ອໄຫວຕະຫຼອດໄລຍະ 67 ປີ ຜ່ານມາ ອົງການຈັດຕັ້ງສະຫະພັນແມ່ຍິງລາວແຕ່ສູນກາງຮອດທ້ອງຖິ່ນໄດ້ຕັ້ງໜ້າປະຕິບັດ 2 ໜ້າທີ່ຍຸດທະສາດຄື; ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ປະກອບສ່ວນເຂົ້າໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລັດແຕ່ລະຂັ້ນ, ໃນຕອນທ້າຍທ່ານຍັງໄດ້ມອບໃບຍ້ອງຍໍໃຫ້ສະມາຊິກຜູ້ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ3ດີຈຳນວນ14ໃບ