loader image

ແມ່ຍິງມີບົດບາດສໍາຄັນໃນການເບິ່ງແຍງດູແລເຮືອນຊານ

May 4, 2022 | ກິດຈະກຳ, ຂ່າວສານ ແລະ ກິດຈະກຳ, ຄໍລຳ, ຄວາມສຸກຂອງຄອບຄົວ, ສູນກາງ, ນະຄອນຫຼວງວຽງຈັນ, ວຽກບ້ານງານສີມື

ຮີດຄອງປະເພນີໄດ້ສ້າງໃຫ້ເມຍເປັນຜູ້ຕົ້ນຕໍໃນການຮູ້ຮັກສາອະນາໄມ ແລະ ດູແລຄວາມເປັນລະບຽບຮຽບຮ້ອຍໃນເຮືອນຊານ ສະແດງອອກໃນຄໍາສັ່ງສອນຂອງເຖົ້າແກ່ບູຮານຕໍ່ແມ່ຍິງວ່າ: ແມ່ຍິງຕ້ອງຮູ້ປະຕິບັດເຮືອນ 3 ນໍ້າ 4 ເຊິ່ງປະກອບມີ:
+ ເຮືອນ 3:
• ເຮືອນນອນ: ຕ້ອງມ້ຽນມັດ ເປັນລະບຽບຮຽບຮ້ອຍຈົບງາມ
• ເຮືອນຄົວ: ຕ້ອງໝັ່ນປັດກວາດໃຫ້ສະອາດ, ຈັດແຈງເປັນລະບຽບ
• ເຮືອນຜົມ: ຕ້ອງໝັ່ນສະ, ຫວີ, ມັດ ຫຼື ເກົ້າຜົມໃຫ້ຮຽບຮ້ອຍຈົບງາມ
+ ນໍ້າ 4:
• ນໍ້າໃຈ: ຕ້ອງບໍລິສຸດສັດຊື່, ເອື້ອເຟື້ອເຜື່ອແຜ່, ຈິດໃຈກວ້າງຂວາງຕໍ່ພີ່ນ້ອງທັງສອງຝ່າຍ ແລະ ບ້ານໃກ້ເຮືອນຄຽງ
• ນໍ້າດື່ມ: ບໍ່ໃຫ້ຂາດເພື່ອຮັບແຂກມາຢ້ຽມຢາມ
• ນໍ້າໃຊ້: ຕ້ອງຕັກມາໄວ້ບໍໃຫ້ຂາດໄຫ
• ນໍ້າເຕົ້າປູນ: ນໍ້າຢູ່ເຕົ້າປູນບໍ່ໃຫ້ແຫ້ງ, ແຂກມາຢາມເຮືອນໃຫ້ແຂກໄດ້ຄ້ຽວໝາກ
ຖ້າແມ່ເຮືອນຜູ້ໃດຫາກດຸໝັ່ນ, ເອົາໃຈໃສ່ເບິ່ງແຍງເຮືອນຊານເປັນລະບຽບຮຽບຮ້ອຍສະອາດງາມຕາເພິ່ນເອີ້ນວ່າ: ແມ່ສີເຮືອນ ດັ່ງສຸພາສິດທີ່ວ່າ:
ໄດ້ເມຍດີ ປານໄດ້ແກ້ວຄູນລ່າງ
ໄດ້ເມຍຊ່າງ ປານໄດ້ແກ້ວຄູນເຮືອນ