ເຮືອນຮຽນຮູ້ຮ່ວມສໍາລັບເດັກ ຈັດງານສະຫຼອງວັນເດັກສາກົນ ປີ 2023 ໃນວັນທີ 10 ມິຖຸນາ 2023, ໂດຍມີຄະນະຄູອາຈານ, ຫຼານນ້ອຍນັກຮຽນ ຂອງເຮືອນຮຽນຮູ້ຮ່ວມ ແລະ ຜູ້ປົກຄອງເຂົ້າຮ່ວມຢ່າງພ້ອມພຽງ. ພາຍໃນງານ ຜູ້ເຂົ້າຮ່ວມໄດ້ຮັບຊົມການສະແດງຄວາມສາມາດດ້ານທັກສະພາສາຕ່າງປະເທດ ເປັນຕົ້ນ ພາສາຈີນ, ຍີ່ປຸ່ນ, ອັງກິດ, ຝລັ່ງ ພ້ອມທັງການສະແດງດ້ານສິລະປະວັນນະຄະດີ, ການເລົ່ານິທານ ແລະ ການລະບາຍສີ ແຕ້ມຮູບ ຂອງຫຼານນ້ອຍ ຊຶ່ງເປັນການເປີດໂອກາດໃຫ້ເຂົາເຈົ້າໄດ້ສະແດງຄວາມກ້າຫານ, ຄວາມມັກ-ຮັກໃນການຮຽນ ແລະ ພອນສະຫວັນຂອງຕົນເອງ. ນອກຈາກນີ້ ກໍໄດ້ມີການມອບຂອງຂວັນ ຂອງລາງວັນໃຫ້ຫຼານນ້ອຍທີ່ມາຮ່ວມງານ ແລະ ກິນເຂົ້າສາມັກຄີຮ່ວມກັນລະຫວ່າງຄູ-ອາຈານ, ຫຼານນ້ອຍ ແລະ ຜູ້ປົກຄອງອີກດ້ວຍ.
ເຮືອນຮຽນຮູ້ຮ່ວມສໍາລັບເດັກ ຈັດງານສະຫຼອງວັນເດັກສາກົນ ປີ 2023
