ໂທລະສັບ 021 316253

ເພື່ອສ້າງຂະບວນການຕ້ອນຮັບ ວັນກຳມະກອນສາກົນ ວັນທີ 1 ພຶດສະພາ ຄົບຮອບ 137 ປີ

Apr 26, 2023 | ກິດຈະກຳ

ເພື່ອສ້າງຂະບວນການຕ້ອນຮັບ ວັນກຳມະກອນສາກົນ ວັນທີ 1 ພຶດສະພາ ຄົບຮອບ 137 ປີ (1 ພຶດສະພາ 1886 – 1 ພຶດສະພາ 2023). ຕອນເຊົ້າວັນທີ 22 ເມສາ 2023, ສະມາຊິກກຳມະບານ ສູນກາງສະຫະພັນແມ່ຍິງລາວ ໄດ້ສ້າງຂະບວນການອອກແຮງງານລວມຢູ່ສໍານັກງານ ແລະ ທາງຂ້າງ ເພື່ອຕ້ອນຮັບວັນສໍາຄັນດັ່ງກ່າວ. ນໍາພາຂະບວນອອກແຮງງານຄັ້ງນີ້ໂດຍ ທ່ານ ນາງ ທໍາມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານ ສສຍລ, ມີຄະນະບໍລິຫານງານສະຫະພັນກຳມະບານ ແລະ ສະມາຊິກກຳມະບານ ອ້ອມຂ້າງ ສສຍລ ເຂົ້າຮ່ວມຢ່າງພ້ອມພຽງ.