ເພື່ອສືບຕໍ່ປະຕິບັດຕາມແຜນການຂອງຫ້ອງການສະຫະພັນແມ່ຍິງກອງທັບ ໃນການຈັດຕັ້ງຜັນຂະຫຍາຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII, ໃນຕອນເຊົ້າ 27 ພຶດສະພາ 2022, ພະແນກສະຫະພັນແມ່ຍິງກົມໃຫຍ່ການເມືອງກອງທັບ ແລະ ພະແນກສະຫະພັນແມ່ຍິງກົມໃຫຍ່ເສນາທິການກອງທັບ ໄດ້ຈັດຕັ້ງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII, ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ໃນໄລຍະ 5 ປີ (2016-2020) ແລະ ຜ່ານທິດທາງແຜນການ 5 ປີ ຂຶ້ນ.
– ຈຸດທີ 1 ຢູ່ສະໂມສອນກົມໃຫຍ່ເສນາທິການກອງທັບ ໃຫ້ກຽດເປັນປະທານພ້ອມທັງໂອ້ລົມ ໂດຍທ່ານ ພັນເອກ ນາງ ຄໍາມີ ບົດນາລີ ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ພ້ອມດ້ວຍທີມງານ, ມີທ່ານ ພັນເອກ ໄຊພອນ ສອນມະນີ ຮອງຫົວໜ້າຫ້ອງການເມືອງກົມໃຫຍ່ເສນາທິການກອງທັບ, ຄະນະພັກ-ຄະນະບັນຊາ, ຄະນະນໍາແມ່ຍິງ ແລະ ສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມທັງໝົດ 202 ສະຫາຍ, ຊາຍ 52 ສະຫາຍ.
– ຈຸດທີ 2 ຢູ່ສະໂມສອນກົມໃຫຍ່ການເມືອງກອງທັບ ໃຫ້ກຽດເປັນປະທານໂດຍທ່ານ ພົນຕີ ວໍລະສານ ວິລັດດາວົງ ກໍາມະການຄະນະພັກປະຈໍາກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີທ່ານ ພັນໂທ ນາງ ຫຼ້າ ຄຸນນະວົງສາ ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ມີຄະນະພັກ-ຄະນະບັນຊາ, ຄະນະນໍາແມ່ຍິງ ແລະ ສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມທັງໝົດ 140 ສະຫາຍຊາຍ, 35 ສະຫາຍ.
(ຂ່າວ ແລະ ຮູບພາບຈາກ: ຫ້ອງການສະຫະພັນແມ່ຍິງກອງທັບ).



