ທີ່ເດີ່ນເຕະບານນິວອາລີນ່າ ຊິງຂັນທ່ານປະທານຄະນະບໍລິຫານງານ ສສຍລ, ໂດຍການເຂົ້າຮ່ວມຂອງບັນດາ ທ່ານຮອງປະທານຄະນະບໍລິຫານ ສສຍລ, ຄະນະກົມຈາກ ສສຍລ, ຕາງໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງການຕ່າງປະເທດ, ອົງການຈັດຕັ້ງສາກົນ ແລະ ນັກກິລາແຕ່ລະພາກສ່ວນເຂົ້າຮ່ວມ.
ການແຂ່ງຂັນກິລາໃນຄັ້ງນີ້ ໄດ້ມີຫຼາຍປະເພດກິລາ ແລະ ຈັດຂຶ້ນດ້ວຍຄວາມສາມັກຄີ ແລະ ເບີກບານມ່ວນຊື່ນ ຊຶ່ງຜົນຂອງການແຂ່ງຂັນມີຄື:
1. ຊະນະເລີດກິລາເຕະບານຍິງໄດ້ແກ່ ສູນກາງສະຫະພັນແມ່ຍິງລາວ.
2. ຊະນະເລີດກິລາເຕະບານຊາຍໄດ້ແກ່ ຄະນະພົວພັນຕ່າງປະເທດສູນກາງພັກ.
3. ຊະນະເລີດກິລາແລ່ນໄຖ່ໄດ້ແກ່ ຄະນະພົວພັນຕ່າງປະເທດສູນກາງພັກ.
4. ຊະນະເລີດກິລາດຶງເຊືອກໄດ້ແກ່ ສສຍລ.
ຊຶ່ງໃຫ້ກຽດມອບຂັນລາງວັນຊະນະເລີດໃນຄັ້ງນີ້ໂດຍ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ.