ຕອນເຊົ້າຂອງ ວັນທີ 11 ພຶດສະພາ 2022 ທີ່ສະໂມສອນກອງພັນໃຫຍ່ 621 ຂະແໜງສະຫະພັນແມ່ຍິງ ກອງພັນໃຫຍ່ 621 ໄດ້ຈັດຕັ້ງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII, ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ໃນໄລຍະ 5 ປີ (2016-2020) ແລະ ຜ່ານທິດທາງແຜນການ 5 ປີ (2021-2025) ເປັນປະທານ ແລະ ເຜີຍແຜ່ເອກະສານ ໂດຍທ່ານ ພັນເອກ ນາງ ຄໍາມີ ບົດນາລີ ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ພ້ອມດ້ວຍທີມງານ, ເຂົ້າຮ່ວມມີ ທ່ານ ພັນເອກ ຈູມສີ ສີທະນົງ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງ ກອງພັນໃຫຍ່ 621, ມີຄະນະພັກ-ຄະນະບັນຊາ, ຄະນະນໍາແມ່ຍິງຕະຫຼອດເອື້ອຍນ້ອງສະມະຊິກສະຫະພັນແມ່ຍິງ ເຂົ້າທັງໝົດ 119 ສະຫາຍ, ຊາຍ 76 ສະຫາຍ.
(ຂ່າວ ແລະ ຮູບພາບຈາກ: ຫ້ອງການສະຫະພັນແມ່ຍິງກອງທັບ).