ໂທລະສັບ 021 316253

ເຜີຍແຜ່ວຽກງານໂຄສະນາ-ປາຖະກະຖາ ແລະ ວັດທະນະທຳ ໃຫ້ສະຫະພັນແມ່ຍິງແຂວງຫຼວງພະບາງ

Jun 2, 2023 | ຂ່າວສານ ແລະ ກິດຈະກຳ

ຕອນເຊົ້າວັນທີ 31 ພຶດສະພາ 2023 ທີ່ຫ້ອງປະຊຸມຂະແໜງໄຂ້ຍຸງ ພະແນກສາທາລະນະສຸກແຂວງ, ສູນກາງສະຫະພັນແມ່ຍິງລາວ ໄດ້ລົງເຜີຍແຜ່ວຽກງານໂຄສະນາ-ປາຖະກະຖາ ແລະ ວັດທະນະທຳ ໃຫ້ສະຫະພັນແມ່ຍິງແຂວງຫຼວງພະບາງ. ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ບຸນຕາ ສຸລິຍະມາດ ຮອງປະທານສະຫະພັນແມ່ຍິງແຂວງ, ມີ ທ່ານ ນາງ ສິນທະມາລາ ລານາວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຫົວໜ້າກົມໂຄສະນາ-ວັດທະນະທຳ ພ້ອມດ້ວຍ ທີມງານຈາກ ສສຍລ ຕະຫຼອດຮອດ ເອື້ອຍນ້ອງສະມາຊິກສະຫະພັນແມ່ຍິງອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 34 ທ່ານ, ຍິງ 34 ທ່ານ. ຈຸດປະສົງການລົງເຜີຍແຜ່ໃນຄັ້ງນີ້ ໃຫ້ເອື້ອຍນ້ອງສະມາຊິກສະຫະພັນແມ່ຍິງໄດ້ຮູ້ເຖິງ ພາລະບາດບາດ, ຄາດໝາຍລວມຂອງວຽກງານໂຄສະນາ ແລະ ວັດທະນະທຳ, ວຽກງານເກັບກຳຫາງສຽງສັງຄົມ, ທາງດ້ານການເມືອງ-ແນວຄິດ ແລະ ວັດທະນະທຳໃນໄລຍະໃໝ່, ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ, ບັນຫາພື້ນຖານຂອງວຽກງານໂຄສະນາ, ຫຼັກການ, ທິດນຳ, ວິທີການຂອງວຽກງານໂຄສະນາ-ປຸກລະດົມ, ເນື້ອໃນ, ຄາດໝາຍ, ຮູບການ ແລະ ກຳລັງຂອງການໂຄສະນາ, ຄຸນລັກສະນະ ແລະ ສິນລະປະໃນການປາກເວົ້າຂອງນັກປາຖະກະຖາ. ນອກນີ້ ຍັງໃຫ້ຮູ້ເຖິງມາລະຍາດທາງສັງຄົມ, ບາງບັນຫາທີ່ຄວນເອົາໃຈໃສ່ຕໍ່ການປະພຶດປະຕິບັດໃນສັງຄົມ ແລະ ສິ່ງທີ່ຄວນຫຼີກເວັ້ນ, ມາລະຍາດໃນການນຸ່ງຖື ແລະ ວິທີການນົບໄຫວ້ຕື່ມອີກ.