ໂທລະສັບ 021 316253

ເປີດຊຸດຝຶກອົບຮົມຈິດຕະສັງຄົມໃຫ້ແກ່ນັກສັງຄົມສົງເຄາະ

Jul 4, 2023 | ຂ່າວສານ ແລະ ກິດຈະກຳ

ພິທີເປີດຊຸດຝຶກອົບຮົມຈິດຕະສັງຄົມໃຫ້ແກ່ນັກສັງຄົມສົງເຄາະ, ຜູ້ດູແລ ແລະ ຜູ້ໃຫ້ບໍລິການໃຫ້ການຊ່ວຍເຫຼືອ ແລະ ປົກປ້ອງກຸ່ມສ່ຽງ ແລະ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ຄັ້ງທີ 02 ຈັດຂຶ້ນໃນວັນທີ 19 ມິຖຸນາ 2023 ໂດຍການຮ່ວມມືຂອງ ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ ແລະ ອົງການ ວິນລັອກ ສາກົນ ປະຈຳ ສປປ ລາວ (Winrock International) ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ທຳມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ມີຜູ້ເຂົ້າຮ່ວມຕາງໜ້າຈາກສູນກາງສະຫະພັນແມ່ຍິງລາວ, ສະຫະພັນແມ່ຍິງນະຄອນຫຼວງວຽງຈັນ, ສະຫະພັນແມ່ຍິງແຂວງ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ໃນ 05 ແຂວງເປົ້າໝາຍຄື: ແຂວງ ສະຫວັນນະເຂດ, ອຸດົມໄຊ, ຫຼວງນ້ຳທາ, ສາລະວັນ ແລະ ຈຳປາສັກ ທັງໝົດ 50 ຄົນ, ຍິງ 43 ທ່ານ, ຊາຍ 07 ທ່ານ.
ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ ເພື່ອສ້າງຄວາມເຂັ້ມແຂງທາງດ້ານຈິດຕະສັງຄົມ ໃຫ້ແກ່ນັກສັງຄົມສົງເຄາະ, ຜູ້ດູແລ ແລະ ຜູ້ໃຫ້ບໍລິການໃນການຊ່ວຍເຫຼືອ ແລະ ປົກປ້ອງກຸ່ມສ່ຽງ ແລະ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໄດ້ຮັບການບຳບັດຟຶ້ນຟູທາງດ້ານຈິດໃຈ ແລະ ດ້ານສຸຂະພາບຈິດ, ມີຄວາມເຂັ້ມແຂງ, ສາມາດກັບຄືນສູ່ຄອບຄົວ ແລະ ສັງຄົມ ຢ່າງມີປະສິດທິຜົນ. ຊຸດຝຶກອົບຮົມດັ່ງກ່າວ ຈະດຳເນີນເປັນເວລາ 5 ວັນ ແຕ່ວັນທີ 19-23 ມີຖຸນາ 2023.