ສູນກາງສະຫະພັນແມ່ຍິງຫວຽດນາມຈຶ່ງໄດ້ຈັດງານລ້ຽງຕ້ອນຮັບຄະນະຜູ້ແທນລາວ ໃນຄ່ຳຄືນຂອງວັນທີ 2/7/2022 ທີ່ ນະຄອນດາໜັງ, ສສ ຫວຽດນາມ. ໃນພິທີ ຄະນະຜູ້ແທນລາວ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ. ພ້ອມນີ້ ຄະນະຜູ້ແທນລາວ ແລະ ຄະນະນຳຂອງ ສຍ ຫວຽດນາມ ກໍໄດ້ມີການພົບປະສັງສັນ, ແລກປ່ຽນການສະແດງສິລະປະຮ່ວມກັນດ້ວຍຄວາມເບີກບານມ່ວນຊື່ນ. ໂອກາດດຽວກັນນີ້, ໃນຄ່ຳຄືນຂອງວັນທີ 3/7/2022, ຄະນະ ສຍ ນະຄອນດາໜັງ ກໍໄດ້ຈັດງານລ້ຽງເປັນກຽດໃຫ້ແກ່ຄະນະຜູ້ແທນລາວໃນໄລຍະທີ່ເຄື່ອນໄຫວວຽກງານຢູ່ນະຄອນດາໜັງ ເຊັ່ນດຽວກັນ.
ເນື່ອງໃນໂອກາດທີ່ຄະນະຜູ້ແທນຂັ້ນສູງຂອງ ສສຍລ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ສສ ຫວຽດນາມ
