ໂທລະສັບ 021 316253

ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ກ່າວຄໍາເຫັນຕໍ່ກອງປະຊຸມ

Mar 13, 2023 | ຂ່າວສານ ແລະ ກິດຈະກຳ

ໃນຕອນເຊົ້າຂອງວັນທີ 09 ມີນາ 2023, ຄະນະຜູ້ແທນສສຍລ ນໍາໂດຍ ທ່ານ ນາງ ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຫົວໜ້າຄະນະຜູ້ແທນ ໄດ້ກ່າວຄໍາເຫັນຕໍ່ກອງປະຊຸມ ຄະນະກໍາມາທິການ ວ່າດ້ວຍ ສະຖານະພາບຂອງແມ່ຍິງ ສະໄໝທີ 67 ພາຍໃຕ້ຄໍາຂວັນ: “ການປ່ຽນແປງດ້ານນະວັດຕະກໍາໃໝ່, ເຕັກໂນໂລຊີ ແລະ ການສຶກສາ ໃນຍຸກດິຈິຕອນ ເພື່ອຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ເດັກຍິງທຸກຄົນ” ທີ່ສໍານັກງານໃຫຍ່ອົງການສະຫະປະຊາຊາດ ທີ່ນິວຢອກ, ສະຫະລັດອາເມລິກາ.