ວັນທີ 27 ຕຸລາ 2023, ສູນກາງສະຫະພັນແມ່ຍິງລາວ ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສຳຄັນຂອງພັກຂອງຊາດ ແລະ ຂອງສາກົນ ຄື: ວັນປະກາດເອກະລາດ ຄົບຮອບ 78 ປີ, ວັນສ້າງຕັ້ງການທູດລາວ ຄົບຮອບ78 ປີ, ວັນຄູແຫ່ງຊາດ ຄົບຮອບ 29 ປີ, ວັນລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກຂອງ ສປປ ລາວ ຄົບຮອບ 36 ປີ ແລະ 20 ປີ, ວັນຊາດ ສປ ຈີນ ຄົບຮອບ 74 ປີ ໂດຍເປັນປະທານຂອງ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ມີທ່ານຮອງປະທານຄະນະບໍລິຫານງານ ສສຍລ, ຄະນະຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເພື່ອພັດທະນາແມ່ຍິງ ແລະ ຄອບຄົວ ພ້ອມດ້ວຍພະນັກງານ-ລັດຖະກອນ ສສຍລ ເຂົ້າຮ່ວມ. ໃນພິທີ ທ່ານປະທານ ສສຍລ ໄດ້ໃຫ້ຮູ້ວ່າ: ຕະຫຼອດໄລຍະແຫ່ງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ແລະ ຈັກກະພັດຕ່າງດ້າວ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງພັກ ເຮັດໃຫ້ຂະບວນການຕໍ່ສູ້ໄດ້ຮັບໄຊຊະຊະນະ ແລະ ປະກາດເອກະລາດ ໃນວັນທີ 12 ຕຸລາ ປີ 1945 ໄດ້ເຮັດໃຫ້ຊາວໂລກໄດ້ຮັບຮູ້ກ່ຽວກັບຄວາມເປັນຊາດລາວ, ກໍຄືຮັບຮູ້ອະທິປະໄຕ ເຂດນໍ້າແດນດິນຂອງປະເທດລາວ; ຈາກນັ້ນພວກຈັກກະພັດ ໄດ້ກັບຄືນມາຮຸກຮານປະເທດລາວອີກຄັ້ງໃໝ່ ແຕ່ດ້ວຍການນຳພາອັນສະຫຼາດສ່ອງໃສຂອງພັກ ປະຊາຊົນປະຕິວັດລາວ ບວກກັບນ້ຳໃຈຮັກຊາດອັນສູງສົ່ງຂອງປວງຊົນລາວ ໄດ້ພ້ອມກັນດຳເນີນການຕໍ່ສູ້ເພື່ອປົດປ່ອຍປະເທດຊາດສຳເລັດ ທັງປະກາດຄວາມເປັນເອກະລາດອີກຄັ້ງໃໝ່ ໃນວັນທີ່ 12 ຕຸລາ 1975 ເຮັດໃຫ້ປະຊາຊົນລາວທັງຊາດມີອິດສະຫຼະພາບ, ເປັນເຈົ້າຊາຕາກຳຂອງຕົນເອງ, ມີການພັດທະນາຕົນ ເພື່ອຄວາມຢູ່ດີກິນດີ ແລະ ຄວາມຈະເລີນວັດທະນາ. ຈາກນັ້ນໄດ້ຫວນຄືນມູນເຊື້ອວັນການທູດລາວ ຄົບຮອບ 78 ປີ(12 ຕຸລາ 1945-12 ຕຸລາ 2023), ວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023), ວັນລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກຂອງ ສປປ ລາວ ຄົບຮອບ 36 ປີ, ວັນສ້າງຕັ້ງສາທາລະນະບັດປະຊົນຈີນ ຄົບຮອບ 74 ປີ (ວັນທີ 1 ຕຸລາ 1949-1 ຕຸລາ 2023) ຕື່ມອີກ. ການປາຖະກະຖາຄັ້ງນີ້ ໄດ້ເຮັດໃຫ້ ພະນັກງານ-ລັດຖະກອນ ເຂົ້າໃຈ, ກໍາແໜ້ນ ແລະ ຮໍ່າຮຽນເອົາແບບຢ່າງທີ່ດີຂອງການນຳຮຸ່ນກ່ອນ, ຄວາມມີນໍ້າໃຈຮັກຊາດ, ທັດສະນະຫຼັກໝັ້ນ, ເສຍສະຫຼະເພື່ອຊາດ ເພື່ອປະຊາຊົນ, ຈັດຕັ້ງຜັນຂະຫຍາຍມູນເຊື້ອອັນດີງາມ ຂອງການຕໍ່ສູ້ຢ່າງພິລະອາດຫານບໍ່ຍອມຈໍານົນ ຂອງນັກຮົບປະຕິວັດ ຕິດພັນກັບການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕື່ມອີກ.