ໂທລະສັບ 021 316253

ສູນກາງສະຫະພັນແມ່ຍິງລາວ ຈັດພິທີສະເຫຼີມສະຫຼອງວັນເດັກສາກົນ

Jun 13, 2023 | ຂ່າວສານ ແລະ ກິດຈະກຳ

ຕອນບ່າຍ ວັນທີ 2 ມິຖຸນາ 2023 ສູນກາງສະຫະພັນແມ່ຍິງລາວ ຈັດພິທີສະເຫຼີມສະຫຼອງວັນເດັກສາກົນ ພາຍໃຕ້ຄຳຂວັນ: “ການລົງທຶນໃນອະນາຄົດ ຄືການລົງທຶນໃສ່ເດັກ”. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນ. ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ, ມີທ່ານຮອງປະທານ ສສຍລ, ຄະນະຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ, ສະຖາບັນການເງິນຈຸລະພາກ, ພະນັກງານ-ລັດຖະກອນ ສສຍລ ພ້ອມດ້ວຍລູກຫຼານເຂົ້າຮ່ວມ. ໃນພິທີຜູ້ເຂົ້າຮ່ວມໄດ້ຊົມສານອວຍພອນສານຂອງພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນເດັກສາກົນ 1 ມິຖຸນາ 2023; ພ້ອມດຽວກັນນີ້ກໍ່ໄດ້ຈັດສຳມະນາໃຫ້ຄວາມຮູ້ກ່ຽວກັບ: ສົນທິສັນຍາສາກົນວ່າດ້ວຍສິດທິເດັກ. ນອກຈາກນີ້ພາຍໃນພິທີໄດ້ຮັບຊົມການສະແດງຈາກຫຼານນ້ອຍ, ແຈກຢາຍເຂົ້າໜົມ ແລະ ຂອງຂວັນອື່ນໆ ພ້ອມທັງໄປຢ້ຽມຊົມຫ້ອງມູນເຊື້ອແມ່ຍິງຍິງລາວຕື່ມອີກ.