ວັນທີ 24 ເມສາ 2023, ສູນກາງສະຫະພັນແມ່ຍິງລາວ ຈັດປາຖະກະຖາວັນສໍາຄັນຂອງພັກ, ຂອງຊາດ ແລະ ຂອງສາກົນຂຶ້ນ. ໂດຍການເປັນປະທານຂອງ ທ່ານ ນາງ ທຳມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານ ສສຍລ; ມີຄະນະຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ ແລະ ສະຖາບັນການເງິນຈຸລະພາກ ພ້ອມດ້ວຍພະນັກງານ-ລັດຖະກອນ ສສຍລ ເຂົ້າຮ່ວມ. ໃນພິທີ ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດສະຫຼຸບປະຈໍາເດືອນເມສາ ແລະ ທິດທາງແຜນການເຄື່ອນໄຫວປະຈໍາເດືອນພຶດສະພາ; ຮັບຟັງການປາຖະກະຖາວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 62 ປີ, ວັນເກີດທ່ານ ວ.ເລນິນ ຄົບຮອບ 153 ປີ, ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງລາວ-ຈີນ ຄົບຮອບ 62 ປີ, ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 68 ປີ, ວັນກຳມະກອນສາກົນ ຄົບຮອບ 137 ປີ, ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 48 ປີ ແລະ ການປະກາດການເຂົ້າຮັບອຸດໜູນບໍານານຂອງພະນັກງານ ສສຍລ ຕື່ມອີກ.