loader image

ສູນກາງສະຫະພັນແມ່ຍິງລາວ ໄດ້ຕ້ອນຮັບການມາຢ້ຽມຢາມ ຂອງທ່ານ Jung Yung Soo ເອກອັກຄະລັດຖະທູດ ແຫ່ງ ສ. ເກົາຫຼີ ປະຈຳ ສປປ ລາວ

Mar 23, 2023 | ຂ່າວສານ ແລະ ກິດຈະກຳ

ວັນທີ 16 ມີນາ 2023, ສູນກາງສະຫະພັນແມ່ຍິງລາວ ໄດ້ຕ້ອນຮັບການມາຢ້ຽມຢາມ ຂອງທ່ານ Jung Yung Soo ເອກອັກຄະລັດຖະທູດ ແຫ່ງ ສ. ເກົາຫຼີ ປະຈຳ ສປປ ລາວ ພ້ອມຄະນະ ໃຫ້ກຽດຕ້ອນຮັບຄະນະໂດຍ ທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ພ້ອມຄະນະ. ໃນໂອກາດດັ່ງກ່າວທ່ານປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວໄດ້ນໍາສະເໜີໂດຍຫຍໍ້ກ່ຽວກັບພາລະບົດບາດ ແລະ ໜ້າທີ່ຂອງສູນກາງສະຫະພັນແມ່ຍິງລາວ. ນອກນີ້ຍັງໄດ້ປຶກສາຫາລືກ່ຽວກັບການພົວພັນຮ່ວມມືກັນໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍສະເພາະ ວຽກງານສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ, ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ວຽກງານໂພສະນາການ, ວຽກງານພັດທະນາສີມືແຮງງານເອື້ອຍນ້ອງແມ່ຍິງ ແລະ ອື່ນໆ.