ວັນທີ 13 ມີນາ 2023, ສູນກາງສະຫະພັນແມ່ຍິງລາວ ຈັດພິທີເປີດຊຸດຝຶກອົບຮົມວຽກງານພັດທະນາແມ່ຍິງສຳລັບພະນັກງານການນຳສະຫະພັນແມ່ຍິງຂັ້ນກະຊວງ-ອົງການ ແລະ ສູນກາງສະຫະພັນແມ່ຍິງລາວ ທີ່ສູນອົບຮົມແມ່ຍິງລາວ ໂດຍການເປັນປະທານຂອງທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີທ່ານຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຄະນະຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ, ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກເພື່ອພັດທະນາແມ່ຍິງ ແລະ ຄອບຄົວ ພ້ອມດ້ວຍ
ນັກສໍາມະນາຈາກກະຊວງ-ອົງການ ແລະ ສສຍລ ເຂົ້າຮ່ວມຢ່າງພ້ອມພຽງ. ໂດຍປະຕິບັດຕາມແຜນການຝຶກອົບຮົມວຽກງານສະຫະພັນແມ່ຍິງຂອງສູນກາງສະຫະພັນແມ່ຍິງລາວເພື່ອແນ່ໃສ່ພັດທະນາບຸກຄະລາກອນເພດຍິງໃຫ້ມີຄວາມຮູ້, ຄວາມສາມາດໃນການນຳພາ-ຄຸ້ມຄອງວຽກງານພັດທະນາແມ່ຍິງລາວໃຫ້ເປັນລະບົບ ແລະ ປະຕິບັດຕາມຂໍ້ຕົກລົງຂອງທ່ານປະທານສູນກາງສະຫະພັນແມ່ຍິງລາວ ສະບັບເລກທີ 141/ສສຍລ, ລົງວັນທີ 3 ມີນາ 2023, ວ່າດ້ວຍການອະນຸມັດເປີດຊຸດຝຶກອົບຮົມວຽກງານພັດທະນາແມ່ຍິງຂຶ້ນ.