ວັນທີ 16 ກຸມພາ 2023, ສູນກາງສະຫະພັນແມ່ຍິງລາວ ຈັດຊຸດຝຶກອົບຮົມກ່ຽວກັບລະບົບປະຕິບັດການຮຽນຮູ້ຕົວຈິງດ້ານບົດບາດຍິງ-ຊາຍ (GALS) ແລະ ເຜີຍແຜ່ກ່ຽວກັບກຸ່ມທ້ອນເງິນເພື່ອການປ່ຽນແປງ ໂດຍການເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ນ. ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານ ສສຍລ, ມີຄະນະຫ້ອງການ, ກົມ, ສູນ, ຫ້ອງການຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ແລະ ຄະນະພະແນກຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ ແລະ ສະຖາບັນການເງິນຈຸລະພາກ ທີ່ຂຶ້ນກັບກົງຈັກຊ່ວຍວຽກ ສສຍລ ເຂົ້າຮ່ວມ. ຊຸດຝຶກອົບຮົມໃນຄັ້ງນີ້ ເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານຫຼັກແຫຼ່ງຂອງ ສສຍລ ໃນການນໍາໃຊ້ເຄື່ອງມືລະບົບປະຕິບັດການຮຽນຮູ້ຕົວຈິງດ້ານບົດບາດຍິງ-ຊາຍ (GALS); ຄວາມຮູ້ກ່ຽວກັບການທຸລະກິດຂະໜາດນ້ອຍ-ກາງ; ການສ້າງຕັ້ງກຸ່ມທ້ອນເງິນເພື່ອການປ່ຽນແປງ, ເຄື່ອງມືສ້າງເສັ້ນທາງຄວາມຄວາມຝັນ (ສ້າງແຜນ ແລະ ແຜນພັດທະນາຕົນເອງ ສໍາລັບ 3 ປີ ຫຼື 5 ປີ). ການຈັດຝຶກອົບຮົມໃນຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກອົງການອັອກຟາມ.