ໂທລະສັບ 021 316253

ສູນກາງສະຫະພັນແມ່ຍິງລາວ ຈັດພິທີສົ່ງ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຫົວໜ້າຫ້ອງການ ສສຍລ ເນື່ອງໃນໂອກາດທີ່ຈະເດີນທາງໄປເຄື່ອນໄຫວຢ້ຽມຢາມ ສະຫະພັນແມ່ຍິງ ສ.ກູບາ ຢ່າງເປັນທາງການ

Feb 23, 2023 | ຂ່າວສານ ແລະ ກິດຈະກຳ

ວັນທີ 10 ກຸມພາ 2023, ສູນກາງສະຫະພັນແມ່ຍິງລາວ ຈັດພິທີສົ່ງ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຫົວໜ້າຫ້ອງການ ສສຍລ ເນື່ອງໃນໂອກາດທີ່ຈະເດີນທາງໄປເຄື່ອນໄຫວຢ້ຽມຢາມ ສະຫະພັນແມ່ຍິງ ສ.ກູບາ ຢ່າງເປັນທາງການ ແລະ ເຊັນບົດບັນທຶກຮ່ວມມືກັນລະຫວ່າງ ສູນກາງສະຫະພັນແມ່ຍິງລາວ ແລະ ສະຫະພັນແມ່ຍິງ ສ.ກູບາ ໃນລະຫວ່າງວັນທີ 11-24 ກຸມພາ 2023. ເຂົ້າຮ່ວມພິທີສົ່ງໃນຄັ້ງນີ້ມີ ທ່ານ ນາງ ທໍາມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະກົມ, ສູນ, ຫ້ອງການ ຄຊກມດ ແລະ ຫ້ອງການ ສສຍລ.