ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ ທີ່ສູນການຄ້າລາວໄອເຕັກມໍ (ຊັ້ນ 4 ຕຶກໃໝ່) ພາຍໃຕ້ຄໍາຂວັນ “67 ປີມີໄຊ ຜູ້ຮັບດີໃຈ ຜູ້ໃຫ້ໃຫ້ມີຄວາມສຸກ”. ເຂົ້າຮ່ວມພິທີໃນຄັ້ງນີ້ມີ ທ່ານ ຮສຈ ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຕາງໜ້າຈາກຄະນະສະຫະພັນແມ່ຍິງອ້ອມຂ້າງສູນກາງ, ກະຊວງ-ອົງການ ແລະ ມວນຊົນເຂົ້່າຮ່ວມຢ່າງພ້ອມພຽງ.
ພິທີດັ່ງກ່າວດຳເນີນເປັນເວລາ 01 ວັນເຕັມ ໂດຍເລີ່ມແຕ່ເວລາ 8:00-16:00 ຂອງວັນທີ 15 ກໍລະກົດ 2022.