loader image

ສູນກາງສະຫະພັນກຳມະບານລາວ ຈັດຂະບວນຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 137 ປີ

May 2, 2023 | ຂ່າວສານ ແລະ ກິດຈະກຳ

ໃນຕອນເຊົ້າວັນທີ 1 ພຶດສະພາ 2023 ສູນກາງສະຫະພັນກຳມະບານລາວ ຈັດຂະບວນຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 137 ປີ (1 ພຶດສະພາ 1886 – 1 ພຶດສະພາ 2023) ທີ່ສວນປະຕູໄຊ ຈັດພາຍໃຕ້ຄຳຂວັນ: ສ້າງສະພາບແວດລ້ອມໃນການເຮັດວຽກທີປອດໄພ ແລະ ດີຕໍ່ສຸຂະພາບ ແມ່ນສິດພື້ນຖານຂອງທຸກຄົນ; ມີການນໍາພັກ-ລັດ, ສະມາຊິກກຳມະບານ ກໍຄືມວນຊົນຊາວນະຄອນຫຼວງວຽງຈັນເຂົ້າຮ່ວມຢ່າງຫຼວງຫຼາຍ. ໂອກາດນີ້ ທ່ານ ນາງ ທຳມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານ ສສຍລ ໄດ້ນໍາພາສະມາຊິກກຳບານ ສູນກາງສະຫະພັນແມ່ຍິງລາວເຂົ້າຮ່ວມຂະບວນຍ່າງໃນຄັ້ງນີ້.