ສຳມະນາກ່ຽວກັບບັນຫາສຸຂະພາບຕາ, ຊັບສິນທາງປັນຍາ, ການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ປົກປ້ອງແຮງງານເພດຍິງນອກລະບົບ ຈັດຂຶ້ນໃນວັນທີ 9 ມີນາ 2023 ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 113 ປີ; ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ, ມີທ່ານຮອງປະທານ ສສຍລ, ສະຫະພັນແມ່ຍິງກະຊວງ-ອົງການ, ວິທະຍາກອນຈາກກະຊວງສາທາລະນະສຸກ, ອຸດສາຫະກຳ ແລະ ການຄ້າ, ຍຸຕິທໍາ, ບັນດາຄູ່ຮ່ວມພັດທະນາ, ແຂກຖືກເຊີນ ແລະ ພະນັກງານ-ລັດຖະກອນ ສສຍລ ເຂົ້າຮ່ວມ. ໃນວາລະ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ຄວາມຮູ້ກ່ຽວກັບວິທີການປ້ອງກັນ ແລະ ຄວບຄຸມພະຍາດບໍ່ຕິດຕໍ່; ແນະນໍາຂໍ້ມູນຂ່າວສານໃຮການເຂົ້າເຖິງການບໍລິການໃນການປິ່ນປົວ ແລະ ຮັກສາສຸຂະພາບຕາ; ຄວາມຮູ້ພທ້ນຖານກາຽວກັບຊົບສິນທາງປັນຍາ; ເຜີຍແຜ່ດຳລັດວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ການປົກປ້ອງທາງສັງຄົມສໍາລັບແຮງງານນອກລະບົບ ໂດຍສະເພາະແຮງງານເພດຍິງ.
ພ້ອມນີ້ ພາຍໃນງານຍັງມີບໍລິການກວດສຸຂະພາບຕາແບບບໍ່ເສຍຄ່ານໍາອີກ ຊຶ່ງການບໍລິການກວດສຸຂະພາບຕາແມ່ນເລີ່ມແຕ່ 8:00-14:00 ໂມງ ທີ່ສູນອົບຮົມແມ່ຍິງລາວ