ໂທລະສັບ 021 316253

ສາມ ອົງການຈັດຕັ້ງມະຫາຊົນຂອງກະຊວງ ຖວທ ໄດ້ຈັດຂະບວນການແຂ່ງຂັນກີລາ ແລະ ຕະຫຼາດນັດວາງສະແດງຜະລິດຕະພັນ

Apr 5, 2023 | ຂ່າວສານ ແລະ ກິດຈະກຳ

ເພື່ອສະເຫຼີມສະຫຼອງ, ຂໍ່ານັບຮັບຕ້ອນວັນສໍາຄັນຂອງພັກ ເປັນຕົ້ນ: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 68 ປີ ແລະ ວັນສ້າງຕັ້ງອົງການຈັດຕັ້ງມະຫາຊົນ ໃຫ້ເປັນຂະບວນຟົດຟື້ນ ເວົ້າລວມ, ເວົ້າສະເພາະ ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ເພື່ອມະຕິກອງປະຊຸມໃຫຍ່ຂອງສາມອົງການຈັດຕັ້ງມະຫາຊົນກະຊວງ, ບັນດາແຜນດຳເນີນງານຂອງສາມອົງການຈັດຕັ້ງມະຫາຊົນໃນແຕ່ລະໄລຍະ, ແຜນພັດທະນາວຽກງານ ຖວທ ໃຫ້ປະກົດຜົນເປັນຈິງ. ສະນັ້ນ ວັນທີ 31 ມີນາ 2023, ສາມ ອົງການຈັດຕັ້ງມະຫາຊົນຂອງກະຊວງ ຖວທ ໄດ້ຈັດຂະບວນການແຂ່ງຂັນກີລາ ແລະ ຕະຫຼາດນັດວາງສະແດງຜະລິດຕະພັນຂຶ້ນ ທີ່ສະຖານີໂທລະພາບແຫ່ງຊາດລາວ ໂດຍການເຂົ້າຮ່ວມ ແລະ ກ່າວເປີດພິທີຂອງ ທ່ານນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງ ຖວທ, ພ້ອມດ້ວຍບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ແລະ ສະມາຊິກ 3 ອົງການຈັດຕັ້ງມະຫາຊົນອ້ອມຂ້າງກະຊວງ ຖວທ ເຂົ້າຮ່ວມ ລາວ. ຕາງໜ້າສູນກາງສະຫະພັນແມ່ຍິງລາວເຂົ້າຮ່ວມໂດຍ ທ່ານນາງ ທຳມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານ ສສຍລ.
ສໍາລັບຂະບວນການແຂ່ງຂັນກີລາ ມີ 2 ປະເພດ ຄື: ກີລາເປຕັງ ແລະ ກິລາຕະບານ, ສ່ວນງານຕະຫຼາດນັດວາງສະແດງຜະລິດຕະພັນ ມີທັງໝົດ 24 ພາກສ່ວນ, ລວມມີ 28 ບູດ ຈາກບັນດາກົມ, ສະຖາບັນ, ໂຮງຮຽນ, ກອງວິຊາການ ແລະ ລັດວິສາຫະກິດ ເຂົ້າຮ່ວມວາງສະແດງ, ໃນນັ້ນ ພາຍໃນງານຍັງມີຂະບວນການສະແດງສິລະປະ ບົດຟ້ອນ, ບົດລຳ, ລະຄອນ ຕື່ມອີກ.