loader image

ສະຫະພັນແມ່ຍິງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ)ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານປະຈຳປີ 2022,

Mar 24, 2023 | ຂ່າວສານ ແລະ ກິດຈະກຳ

ວັນທີ 21 ມີນາ 2023, ສະຫະພັນແມ່ຍິງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ)ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານປະຈຳປີ 2022, ສະຫຼຸບຜົນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີຂອງສະຫະພັນແມ່ຍິງ ປະຈຳປີ 2022 ແລະ ສະເຫຼີມສະຫຼອງວັນມ່ຍິງສາກົນ ຄົບຮອບ 113 ປີ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ, ມີທ່ານ ຄຳລາວັນ ຈັນທະລາວັນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ມີພັນລະຍາການນຳ, ປ້າອາວຸໂສບຳນານ, ສະມາຊິກແມ່ຍິງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຜ່ານບົດສະຫຼຸບການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານສະຫະພັນແມ່ຍິງ ຫສນຍ ປີ 2022 ແລະ ທິດທາງແຜນການ ປີ 2023, ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີຂອງສະຫະພັນແມ່ຍິງ ຫສນຍ ປະຈຳປີ 2022 ພ້ອມທັງມອບໃບຍ້ອງຍໍໃຫ້ແກ່ສະມາຊິກແມ່ຍິງທີ່ມີຜົນງານພົ້ນເດັ່ນ ແລະ ຈັບມືແຂ່ງຂັນກັນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈຳປີ 2023 ຕື່ມອີກ. ໃນໂອກາດສຳຄັນນີ້ ທ່ານປະທານ ສສຍລ ກໍໄດ້ເລົ່າຫວນຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ, ການເຄື່ອນໄຫວຂອງແມ່ຍິງໂລກ ໂດຍສະເພາະການເຄື່ອນໄຫວວຽກງານຂອງສະຫະພັນແມ່ຍິງລາວ ໃນການຈັດຕັ້ງປະຕິບັດສົນທິສັນຍາຕ່າງໆ ກໍຄືວຽກງານພັດທະນາແມ່ຍິງ ໃຫ້ສະມາຊິກ ສຍ ຂອງ ຫສນຍ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກວ່າເກົ່າ.