ວັນທີ 03 ມີນາ 2023 ສະຫະພັນແມ່ຍິງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ 8 ມີນາ ຄົບຮອບ 113 ປີ (8 ມີນາ 1910 – 8 ມີນາ 2023) ພາຍໃຕ້ຄຳຂວັນ: ການນຳໃຊ້ດິຈິຕອນສຳລັບທຸກຄົນ, ການນຳໃຊ້ນະວັດຕະກຳ ແລະ ເຕັກໂນໂລຊີ ເພື່ອຄວາມສະເໝີພາບຍິງ-ຊາຍ. ໃຫ້ກຽດເປັນປະທານໃນພິທີໂດຍ: ທ່ານ ປອ ກິແກ້ວ ຈັນທະບູຣິ ຮອງເລຂາຄະນະພັກ, ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຜູ້ຊີ້ນຳວຽກງານສາມອົງການຈັດຕັ້ງມະຫາຊົນ ແລະ ທ່ານ ນ. ອຳທິລໍ ລັດຖະຍອດ ປະທານ ສຍ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ມີຄະນະພັກ, ຄະນະນຳ, ບັນດາຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ສູນ, ອົງການຈັດຕັ້ງກຳມະບານ, ຊາວໜຸ່ມ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີຜູ້ເຂົ້າຮ່ວມໄດ້ຮັບຟັງການຫວນຄືນປະຫວັດມູນເຊື້ອຂອງວັນແມ່ຍິງສາກົນ 8 ມີນາ ໂດຍຫຍໍ້; ພ້ອມນີ້ມີການສົນທະນາແລກປ່ຽນຄຳຄິດຄຳເຫັນກ່ຽວກັບ: ການພັດທະນາແມ່ຍິງ ເພື່ອຂ້າມຜ່ານຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ. ນອກຈາກນີ້ໃນພິທີ ທ່ານ ປອ ກິແກ້ວ ຈັນທະບູຣິ ໄດ້ມອບໃບຍ້ອງຍໍຈາກ ສສຍລ ໃຫ້ສະມາຊິກແມ່ຍິງຜູ້ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສະໄໝທີ VII ( 2016-2020 ) ສາມາດຄັດເລືອກໄດ້ປະເພດດີເດັ່ນໃນການຊີ້ນຳນຳພາປະຕິບັດວຽກງານຂໍ້ແຂ່ງຂັນ 3 ດີ ເວົ້າລວມເວົ້າສະເພາະ ຄະນະນຳ ແລະ ຄະນະສະຫະພັນແມ່ຍິງ 11 ທ່ານ; ດີເດັ່ນປະເພດ I ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄດ້ 66 ທ່ານ ແລະ ປະເພດ II ໄດ້ 15 ທ່ານ.
ໂອກາດທີ່ມີຄວາມໝາຍສຳຄັນນີ້ ໄດ້ຮັບຟັງການໂອ້ລົມຈາກທ່ານ ປອ ກິແກ້ວ ຈັນທະບູຣິ ຮອງເລຂາຄະນະພັກ, ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຜູ້ຊີ້ນຳວຽກງານສາມອົງການຈັດຕັ້ງມະຫາຊົນ ເຊິ່ງທ່ານໄດ້ຮຽກຮ້ອງມາຍັງບັນດາຄະນະສະຫະພັນແມ່ຍິງ, ຄະນະໜ່ວຍແມ່ຍິງ ຕະຫຼອດຮອດ ສະມາຊິກແມ່ຍິງທັງໝົດ ຈົ່ງພ້ອມກັນເສີມຂະຫຍາຍຄວາມເປັນເຈົ້າການຂອງຕົນ ແລະ ນຳເອົາເນື້ອໃນຈິດໃຈພິທີຄັ້ງນີ້ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ປະສົບຜົນສຳເລັດເປັນກ້າວໆ.