loader image

ສະຫະພັນແມ່ຍິງທະນາຄານແຫ່ງ ສປປລ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວຄົບຮອບ 67 ປີ

Jul 23, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ, ຄໍລຳ, ສູນກາງ, ແມ່ຍິງ 5 ທະວີບ

ຂຶ້ນໃນວັນ 23 ກໍລະກົດ 2022 ທີ່ສະຖາບັນການທະນາຄານ ໂດຍການເຂົ້າຮ່ວມຂອງ ທ່ານ ປອ ບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ນ. ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສສຍລ, ທ່ານ ນ. ວັດທະນາ ດາລາລອຍ ຮອງຜູ້ວ່າທະນາຄານແຫ່ງ ສປປລ, ທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ ຄະນະປະຈໍາພັກ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ພ້ອມດ້ວຍແຂກຖືກເຊີນ, ຄະນະ ສຍ ທະນາຄານແຫ່ງ ສປປລ, ສຍ ຈາກບັນດາຮາກຖານອ້ອມຂ້າງຂອງຂົງເຂດທະນາຄານ, ຕະຫຼອດຮອດສະມາຊິກ ສຍ ຂົງເຂດທະນາຄານເຂົ້າຮ່ວມ 400 ກວ່າຄົນ.
ໃນພິທີ ຜູ້ເຂົ້່າຮ່ວມໄດ້ຮັບຟັງກາຍລາຍການຈັດຕັ້ງປະຕິບັດວຽກງານຂອງ ສຍ ທະນາຄານແຫ່ງ ສປປລ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍ ປີ 2022; ໂອກາດດຽວກັນນີ້ ທ່ານ ນ. ສິລິກິດ ບຸບຜາ ໄດ້ຫວນຄືນມູນເຊື້ອວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ ຍິງລາວ ຄົບຮອບ 67 ປີ ຈາກນັ້ນ ໄດ້ຮັບຟັງການໂອ້ລົມຂອງ ທ່ານ ປອ ບຸນເຫຼືອ ສິນໄຊວໍລະວົງ ເພື່ອເປັນເຂັມທິດເຍືອງ ທາງໃນການເຄື່ອນໄຫວວຽກງານແມ່ຍິງກໍຄືວຽກງານວິຊາສະເພາະຂອງ ສຍ ຂົງເຂດທະນາຄານໃຫ້ໄດ້ຮັບການພັດທະນາຂຶ້ນເລື້ອຍໆ ແລະ ຍັງໄດ້ທ່ຽວຊົມ, ຊື້ ຜະລິດຕະພັນ, ຜົນຜະລິດ ແລະ ເຄື່ອງຫັດຖະກໍາ ຂອງເອື້ອຍນ້ອງແມ່ຍິງບັນດາຮາກຖານ ທີ່ນໍາມາວາງຂາຍໃນພິທີ.