ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກເພື່ອພັດທະນາແມ່ຍິງ ແລະ ຄອບຄົວ (ສກຈຮ ພຍຄ) ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ສະຫະພັນແມ່ຍິງນະຄອນຫຼວງວຽງຈັນ, ສະຫະພັນແມ່ຍິງເມືອງສີໂຄດຕະບອງ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານ ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກເພື່ອພັດທະນາແມ່ຍິງ ແລະ ຄອບຄົວ ຂຶ້ນໃນວັນທີ 10 ກຸມພາ 2023 ທີ່ຫ້ອງປະຊຸມເມືອງສີໂຄດຕະບອງ ເພື່ອນໍາສະເໜີ ຮູບແບບການຈັດຕັ້ງປະຕິບັດ ແລະ ການບໍລິການທາງດ້ານການເງິນໃຫ້ແກ່ບັນດາຄະນະນໍາຂັ້ນເມືອງ ແລະ ຂັ້ນບ້ານທົ່ວເມືອງສີໂຄດຕະບອງ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ສິລິກິດ ບຸບຜາ, ຮອງປະທານຄະນະບໍລິຫານງານ ສສຍລ, ປະທານສະພາບໍລິຫານ ສກຈຮ ພຍຄ; ທ່ານ ບຸນເຖິງ ວັນນາມະຫາໄຊ ຄະນະປະຈໍາພັກເມືອງ, ປະທານແນວລາວສ້າງຊາດເມືອງ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນເມືອງ; ທ່ານ ນາງ ສຸພາພອນ ພອນປະເສີດ ຮອງປະທານຄະນະບໍລິຫານງານ ສຍ ນວ, ຕາງໜ້າຈາກ ສສຍລ, ສຍ ນວ, ສຍ ເມືອງສີໂຄດຕະບອງ, ຫ້ອງວ່າການເມືອງ, ນາຍບ້ານ ແລະ ສຍ ບ້ານ ຈໍານວນ 60 ບ້ານທົ່ວເມືອງເຂົ້າຮ່ວມ ທັງໝົດ 122 ຄົນ ຊາຍ 38 ຄົນ, ຍິງ 84 ຄົນ.