loader image

ວັນທີ 6 ມິຖຸນາ 2022, ທ່ານ ນ. ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານ​ ສສຍລ ໄດ້ເຂົ້າຮ່ວມເປັນປະທານ

Jun 6, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ, ແຂວງອຸດົມໄຊ

ວັນທີ 6 ມິຖຸນາ 2022, ທ່ານ ນ. ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານ​ ສສຍລ ໄດ້ເຂົ້າຮ່ວມເປັນປະທານ ເປີດກອງປະຊຸມຊຸກຍູ້ຕິດຕາມວຽກງານພັດທະນາແມ່ຍິງ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ຂອງສະຫະພັນແມ່ຍິງລາວ ຢູ່ແຂວງອຸດົມໄຊ; ມີສະຫະພັນແມ່ຍິງແຂວງ ແລະ​ ສະມາຊິກແມ່ຍິງອ້ອມຂ້າງແຂວງເຂົ້າຮ່ວມ.​ ໃນກອງປະຊຸມ ທ່ານ ນ. ວັນທອງ ນິດສະດີ ປະທານ ສຍ ແຂວງ ໄດ້ລາຍງານໂດຍຫຍໍ້ສະພາບລວມຂອງການຈັດຕັ້ງປະຕິບັດວຽກງານພັດທະນາແມ່ຍິງ ທີ່ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດຂອງແຂວງ. ຈາກນັ້ນ, ຕາງໜ້າຈາກກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ ແລະ ກົມພັດທະນາແມ່ຍິງລາວ ສູນກາງສະຫະພັນແມ່ຍິງລາວ​ ​ນຳສະເໜີພາລະບົດບາດຂອງຕົນ ພ້ອມທັງວຽກງານທີ່ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ.