ໂທລະສັບ 021 316253

ວັນທີ 27 ມິຖຸນາ 2022 ສູນກາງສະຫະພັນແມ່ຍິງລາວ ຈັດພິທີມອບ-ຮັບ ລໍາໂພງ ແລະ ໂທລະສັບມືຖື

Jun 27, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ, ແຂວງສະຫວັນນະເຂດ, ແຂວງບໍ່ແກ້ວ

ລະຫວ່າງ ສູນກາງສະຫະພັນແມ່ຍິງລາວ ແລະ​ ອົງການອຸຍນິເຊັບ ປະຈໍາ​ ສປປ​ ລາວ​ ກ່າວຮັບໂດຍທ່ານ ນ. ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະ ແລະ ມອບໂດຍ ທ່ານ ນ. ບີອາເຕ້ ດາສເທວ ຮັກສາການຜູ້ຕາງຫນ້າ ອົງການ UNICEF ປະຈຳ ສປປ ລາວ, ສຳລັບເຄື່ອງທີ່ນຳມາມອບຄັ້ງນີ້ມີ: ລຳໂພງ 240 ໜ່ວຍ, ໂທລະສັບ 153 ໜ່ວຍ. ອຸປະກອນດັ່ງກ່າວແມ່ນເພື່ອຮັບໃຊ້ໃຫ້ກັບວຽກງານ “ຮັກລູກໃຫ້ໃສ່ໃຈ” ທີ່ຈັດຕັ້ງປະຕິບັດຢູ່ໃນ 4 ເມືອງ, 2 ແຂວງ, 252 ບ້ານເປົ້າໝາຍຄື: ແຂວງບໍ່ແກ້ວ ແລະ ສະຫວັນນະເຂດ.