loader image

ວັນທີ 27 ກໍລະກົດ 2022 ທ່ານ ນ. ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ ນ. ເພຍ ເຣເບໂລ ບຣິດໂຕ

Jul 27, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ

ຜູ້ຕາງໜ້າອົງການ Unicef ປະຈຳ ສປປ ລາວ ພ້ອມຄະນະ ຊຶ່ງຈຸດປະສົງການເຂົ້າພົບຄັ້ງນີ້ ເພື່ອນໍາພາ ທ່ານ ນາງ ບີອາເຕ ດັດສເທວ ຮອງຜູ້ຕາງໜ້າອົງການ Unicef ປະຈໍາ ສປປ ລາວ ມາອໍາລາ ໃນໂອກາດສິ້ນສຸດການປະຕິບັດໜ້າທີ່ ຢູ່ ສປປ ລາວ. ໂອກາດນີ້ທ່ານປະທານ ສສຍລ ໄດ້ກ່າວຂອບໃຈ ແລະ ຮູ້ບຸນຕໍ່ອົງການ Unicef ທີ່ໄດ້ໃຫ້ການສະໜັບສະໜຸນ ແລະ ຊ່ວຍເຫຼືອໃຫ້ທຶນໃນໂຄງການຕ່າງໆແກ່ປະເທດລາວ ເວົ້າລວມ ເວົ້າສະເພາະ ກໍແມ່ນການສະໜັບສະໜູນສູນກາງສະຫະພັນແມ່ຍິງລາວ ໃນໄລຍະຜ່ານມາ. ນອກຈາກນີ້ ທ່ານ ນາງ ບີອາເຕ ດັດສເທວ ກໍໄດ້ກ່າວຂອບໃຈຕໍ່ອົງການຈັດຕັ້ງສະຫະພັນແມ່ຍິງລາວ ທີ່ຍາມໃດກໍໄດ້ເອົາໃຈໃສ່ ແລະ ຮ່ວມມືກັນຈັດຕັ້ງປະຕິບັດວຽກງານໃຫ້ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.