ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ຈັດພິທີເປີດຊຸດຝຶກອົບຮົມວິຊາຊີບ(ປຸງແຕ່ງອາຫານ ແລະ ຕັດຫຍິບ) ສຳລັບແມ່ຍິງຜູ້ທຸກຍາກ, ດ້ອຍໂອກາດ ຊຸດທີ I ໂດຍການເປັນປະທານກ່າວເປີດຂອງ ທ່ານນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີຄະນະຫ້ອງການ, ກົມ, ສູນ,ຫ້ອງການ ຄຊກມດ ຕາງໜ້າຈາກອົງການພີອີວາວ ແລະ ນ້ອງນັກຮຽນ 25 ຄົນຈາກ 11 ແຂວງເຂົ້າຮ່ວມ. ຈຸດປະສົງເພື່ອຊ່ວຍໃຫ້ແມ່ຍິງລາວມີວິຊາອາຊີບທີ່ໝັ້ນຄົງ, ສາມາດສ້າງລາຍຮັບໃຫ້ແກ່ຕົນເອງ ແລະ ຄອບຄົວໃຫ້ມີຊີວິດການເປັນຢູ່ດີຂຶ້ນ ແລະ ທັງເປັນການຍົກລະດັບຕົນເອງດ້ານສີມືແຮງງານໃຫ້ໄດ້ຮັບການພັດທະນາ ແລະ ທັງເປັນການປະກອບສ່ວນສ້າງສາ ແລະ ພັດທະນາປະເທດຊາດນຳອີກ. ນອກຈາກສ້າງອາຊີບທີ່ໝັ້ນຄົງໃຫ້ເອື້ອຍນ້ອງແມ່ຍິງແລ້ວ ຍັງເປັນການປະກອບສ່ວນຕ້ານປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ແມ່ຍິງບໍ່ຖືກຕົວະຍົວະຫຼອກລວງຈາກກຸ່ມຄົນບໍ່ຫວັງດີ ຕົວະໃຫ້ໄປເຮັດວຽກຢູ່ຕ່າງປະເທດແບບຜິດກົດໝາຍ, ການຄ້າມະນຸດຕາມທີ່ເຄີຍໄດ້ຍິນ ແລະ ເຫັນຂ່າວ ແລະ ສື່ອອນລາຍຕ່າງໆ.
ວັນທີ 26 ກໍລະກົດ 2022, ສູນອົບຮົມແມ່ຍິງລາວ ສູນກາງສະຫະພັນແມ່ຍິງລາວ
