ໂທລະສັບ 021 316253

ວັນທີ 24 ພຶດສະພາ 2022 ທ່ານ ນ. ທຳມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະ ໄດ້ເຂົ້າພົບຄະນະນຳເມືອງຕະໂອ້ຍ

May 24, 2022 | ຂ່າວສານ ແລະ ກິດຈະກຳ, ແຂວງຫົວພັນ

ທ່ານ ບຸນເນື້ອ ຫຼ່ອງຄຳໄຕ ເລຂາພັກເມືອງ ເຈົ້າເມືອງໆຕະໂອ້ຍ​ ເພື່ອແຈ້ງຈຸດປະສົງໃນການນຳພາຄະນະລົງມາທັດສະນະສຶກສາເພື່ອເປັນການແລກປ່ຽນບົດຮຽນລະຫວ່າງສະຫະພັນແມ່ຍິງເມືອງຕະໂອ້ຍ ແລະສະຫະພັນແມ່ຍິງແຂວງຫົວພັນ ໃນການສ້າງຜະລິດຕະພັນໃຫ້ກາຍເປັນສິນຄ້າໂອດັອບຂອງເມືອງ ພ້ອມນີ້ກໍ່ໄດ້ເຄື່ອນໄຫວຢ້ຽມຊົມສູນສະຫະພັນແມ່ຍິງເມືອງຕະໂອ້ຍ ພ້ອມທັງມອບຈັກຫຍິບອຸດສາຫະກຳ 01 ເຄື່ອງໃຫ້ກັບສູນດັ່ງກ່າວ ແລະ ແລກປ່ຽນບົດຮຽນກັບສະຫະພັນແມ່ຍິງເມືອງນໍາຕື່ມອີກ.