ໂທລະສັບ 021 316253

ສູນກາງສະຫະພັນແມ່ຍິງລາວ ນໍາໂດຍ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມ

Jul 20, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ

ລະຫວ່າງການນໍາຂັ້ນສູງຂອງອົງການແມ່ຍິງບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນຫົວຂໍ້: ການປະດິດສ້າງໃໝ່ ແລະ ການພັດທະນາຂອງແມ່ຍິງ (ຜ່ານລະບົບທາງໄກ) ຈັດໂດຍສະຫະພັນແມ່ຍິງທົ່ວປະເທດຈີນ, ມີບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄື: ລາຊະອານາຈັກ ກຳປູເຈຍ, ສາທາລະນະລັດປະຊາຊົນຈີນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສາທາລະນະລັດ ສະຫະພາບມຽນມາ, ລາຊະອານາຈັກໄທ ແລະ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ເຂົ້າຮ່ວມ.
ໂອກາດນີ້ ທ່ານປະທານຄະນະບໍລິຫານງານ ສສຍລ ໄດ້ກ່າວປາໄສຕໍ່ກອງປະຊຸມ ຊຶ່ງບາງຕອນທ່ານກ່າວວ່າ: ການຈັດກອງປະຊຸມພາຍໃຕ້ຫົວຂໍ້ “ການປະດິດສ້າງໃໝ່ ແລະ ການພັດທະນາຂອງແມ່ຍິງ” ຈະເປັນໂອກາດອັນດີໃຫ້ການນໍາຂັ້ນສູງຂອງອົງການແມ່ຍິງບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ແລກປ່ຽນຄໍາຄິດຄໍາເຫັນ, ບົດຮຽນ ແລະ ປະສົບການທີ່ດີ ໃນການສົ່ງເສີມການມີສ່ວນຮ່ວມຂອງແມ່ຍິງທາງດ້ານການປະດິດສ້າງໃໝ່ ໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ, ການສົ່ງເສີມຄວາມກ້າວໜ້າ ແລະ ການພັດທະນາຂອງແມ່ຍິງ ກໍຄືການສ້າງກາລະໂອກາດທີ່ດີກວ່າ ແລະ ຍືນຍົງໃຫ້ແມ່ຍິງບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃຫ້ນັບມື້ມີການຂະຫຍາຍຕົວ ແລະ ກ້າວໄປສູ່ການມີຂໍ້ລິເລີ່ມເພື່ອການຮ່ວມມືໃນອະນາຄົດ.”
ພ້ອມນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການປະກອບຄໍາເຫັນຈາກບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄື: ລາຊະອານາຈັກກຳປູເຈຍ, ສາທາລະນະລັດປະຊາຊົນຈີນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສາທາລະນະລັດ ສະຫະພາບມຽນມາ, ລາຊະອານາຈັກໄທ ແລະ ສາທາລະນະລັດ ສັງຄົມນິຍົມຫວຽດນາມ.
ໃນຕອນທ້າຍຂອງກອງປະຊຸມ ການນໍາຂັ້ນສູງຂອງອົງການແມ່ຍິງບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ພ້ອມກັນຮັບຮອງຂໍ້ລິເລີ່ມການປະດິດສ້າງ ແລະ ການພັດທະນາຂອງແມ່ຍິງບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເພື່ອພ້ອມກັນຮັບມືກັບສິ່ງທ້າທາຍຂອງການພັດທະນາແບບຍືນຍົງ, ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການພັດທະນາຮອບດ້ານຂອງແມ່ຍິງ, ການສ້າງຄວາມເຂັ້ມແຂງໃນການສື່ສານຂອງແມ່ຍິງທີ່ມີພອນສະຫວັນດ້ານວິທະຍາສາດ ແລະ ເຕັກໂນໂລຊີ ແລະ ເຮັດວຽກຮ່ວມກັນເພື່ອສ້າງໂລກທີ່ດີກວ່າສໍາລັບແມ່ຍິງ ແລະ ສໍາລັບທຸກຄົນ.