ໂທລະສັບ 021 316253

ວັນທີ 19 ກໍລະກົດ 2022 ສະຫະພັນແມ່ຍິງເມືອງບໍ່ແຕນ ແຂວງໄຊຍະບູລີ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ

Jul 21, 2022 | ກິດຈະກຳ, ຂ່າວສານ ແລະ ກິດຈະກຳ

ໂດຍການເຂົ້າຮ່ວມ ແລະ ເລົ່າມູນເຊື້ອໂດຍ ທ່ານ ສົມສະໜຸກ ໄຊອຸດົມ ວ່າການເລຂາພັກເມືອງ ເຈົ້າເມືອງບໍ່ແຕນ; ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານ ແລະ ສະມາຊິກເອື້ອຍນ້ອງແມ່ຍິງເຂົ້າຮ່ວມຢ່າງພ້ອມພຽງ. ນອກຈາກນີ້ ພາຍໃນງານຍັງໄດ້ສ້າງຂະບວນການອອກແຮງງານຕາມສໍານັກງານອົງການ, ຮ້ອງເພງລວມໝູ່ ແລະ ການແຂ່ງກິລາຕີບຸ້ນຍິງ ຊີງຂັນປະທານສະຫະພັນແມ່ຍິງເມືອງ ຕື່ມອີກ.
(ຂ່າວ ແລະ ຮູບພາບຈາກ: ສຍ ເມືອງບໍ່ແຕນ, ແຂວງ ໄຊຍະບູລີ)