ໂທລະສັບ 021 316253

ແຂວງສະຫວັນນະເຂດ ຈັດພິທີສະເຫຼີມສະຫຼອງວັນປະຊາກອນໂລກ ໃນຫົວຂໍ້ “ຫົນທາງສູ່ຄວາມໝັ້ນຄົງດ້ານປະຊາກອນ:

Jul 20, 2022 | ກິດຈະກຳ, ຂ່າວສານ ແລະ ກິດຈະກຳ, ແຂວງສະຫວັນນະເຂດ

 ສະໜັບສະໜູນສິດທິ ແລະ ທາງເລືອກສຳລັບທຸກຄົນ” ຈັດໂດຍ ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ (UNFPA) @UNFPA Laos ໂດຍການເປັນປະທານຮ່ວມຂອງທ່ານນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງ ແຂວງສະຫວັນນະເຂດ, ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ນາງ ມາຣຽມ ເອຄານ ຜູ້ຕາງ ໜ້າອົງການ UNFPA ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສະຖາບັນດິດ ອິນສີຊຽງໃໝ່, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນກ່າວວ່າ: “ການຮັບປະກັນສິດທິສໍາລັບທຸກຄົນແມ່ນຄວາມຮັບຜິດຊອບຂອງຄອບຄົວ, ຄູອາຈານ, ຊຸມຊົນ ແລະ ຄູ່ຮ່ວມ ງານຂອງທຸກໆຄົນ. ກະຊວງແຜນການ ແລະ ການລົງທຶນ ເຮັດວຽກຢ່າງໃກ້ຊິດກັບອົງການ UNFPA ເພື່ອຮັບ ປະກັນການບໍລິການ ທີ່ເປັນມິດກັບໄວໜຸ່ມໃຫ້ໄດ້ຖືກຈັດຕັ້ງປະຕິບັດຢູ່ທົ່ວທຸກແຫ່ງທີ່ສະໜອງຂໍ້ມູນ ແລະ ການເບິ່ງແຍງທີ່ຄົບຖ້ວນ, ເຊິ່ງເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາແຫ່ງຊາດ ຂອງ ສປປ ລາວ.” ໃນແຂວງສະຫວັນນະເຂດ ຄວາມຕ້ອງການວາງແຜນຄອບຄົວທີ່ບໍ່ໄດ້ຮັບການຕອບສະໜອງແມ່ນມີເຖິງ 18,6% ໃນແມ່ຍິງທີ່ແຕ່ງງານແລ້ວ ແລະ ມີ 32,1 % ໃນແມ່ຍິງອາຍຸ 20-24 ປີ ແຕ່ງງານກ່ອນອາຍຸ 18 ປີ.
ໂອກາດດຽວກັນນີ້ ກໍໄດ້ລົງຢ້ຽມຢາມໂຄງການທີ່ຈັດຕັ້ງປະຕິບັດຮ່ວມກັນໂດຍ UNFPA ແລະ ລັດຖະບານແຫ່ງ ສປປ ລາວ. ໃນນັ້ນ ລວມມີໂຮງໝໍເມືອງທີ່ໃຫ້ບໍລິການສຸຂະພາບຈະເລີນພັນ, ໂຮງຮຽນຜະດຸງຄັນ ແລະ ສູນຝຶກອົບຮົມວິຊາຊີບ, ພົບປະຄູສອນເພດສຶກສາຮອບດ້ານ, ໂຮງງານທີ່ສະໜອງການດູແລສຸຂະພາບທາງເພດ-ຈະເລີນພັນໃຫ້ແກ່ ພະນັກງານໄວໜຸ່ມ ແລະ ການບໍລິການຊຸມຊົນເພື່ອໃຫ້ຄວາມຮູ້ແກ່ຜູ້ຊາຍກ່ຽວກັບບົດບາດຂອງຜູ້ຊາຍໃນທາງບວກ ເພື່ອສະໜັບສະໜູນຄວາມເປັນເອກະລາດທາງຮ່າງກາຍຂອງແມ່ຍິງ ແລະ ຊຸກຍູ້ໃຫ້ແມ່ຍິງຊອກຫາການບໍລິການ ວາງແຜນຄອບຄົວ.