ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ໃນໄລຍະ 5 ປີ (2016-2020) ແລະ ຜ່ານທິດທາງແຜນການ 5 ປີ (2021-2025). ເປັນປະທານ ແລະ ເຜີຍແຜ່ເອກະສານ ໂດຍ ທ່ານ ພັນເອກ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ພ້ອມດ້ວຍທີມງານ, ເຂົ້າຮ່ວມມີທ່ານ ພັນໂທ ແສງເດືອນ ອິນທິສອນ ຄະນະປະຈໍາພັກໂຮງຮຽນ ຮອງຫົວໜ້າການເມືອງໂຮຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ຫົວໜ້າຫ້ອງການເມືອງ, ມີຄະນະພັກ-ຄະນະບັນຊາ, ຄະນະນໍາແມ່ຍິງຕະຫຼອດສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມທັງໝົດ ຈໍານວນ 123 ສະຫາຍ, ຊາຍ 14 ສະຫາຍ. ໃນຕອນບ່າຍມື້ດຽວກັນ ໄດ້ລົງຢ້ຽມຢາມຄອຍຄົວຕົວແບບທາງດ້ານຫັດຖະກໍາຕໍ່າຫູກ ຂອງສະຫາຍ ພັທ ນາງ ພາວອນ ສຸຂະວົງ ອາຍຸ 42 ປີ ໜ້າທີ່ຮັບຜິດຊອບ ຮອງພະແນກ ຄູຄະນິດສາດ-ຟີຊິດສາດ ຫ້ອງການສຶກສາ ຄູສອນ ໄດ້ຖືກຄັດເລືອກຕົວແບບທີ່ພົ້ນເດັ່ນຂອງ ເມືອງບາຈຽງ ແຂວງຈໍາປາສັກ ສະເລ່ຍລາຍຮັບໃນເດືອນ ຈໍານວນ 9,700,000 ກີບ/ເດືອນ.
(ຂ່າວ ແລະ ຮູບພາບຈາກ: ຫ້ອງການສະຫະພັນແມ່ຍິງກອງທັບ).