ໂທລະສັບ 021 316253

ສະຫະພັນແມ່ຍິງກະຊວງການເງິນ ຈັດພິທີປາຖະກະຖາຫວນຄືນປະຫວັດມູນເຊື້ອ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ.

Jul 19, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ, ນະຄອນຫຼວງວຽງຈັນ

ເຂົ້າຮ່ວມເປັນປະທານ ແລະ ໂອ້ລົມຕໍ່ພິທີໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ມີຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກແມ່ຍິງອ້ອມຂ້າງກະຊວງເຂົ້າຮ່ວມ. ໂອກາດນີ້ ທ່ານ ນາງ ບົວສະຫວັນ ອິນທິສານ ຮອງຫົວໜ້າກົມໂຄສະນາ-ວັດທະນະທໍາ ສູນກາງສະຫະພັນແມ່ຍິງລາວ ໄດ້ຂຶ້ນປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີຕໍ່ທີ່ປະຊຸມ.