ໂທລະສັບ 021 316253

ວັນທີ 13 ມິຖຸນາ 2022 ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ

Jun 13, 2022 | ຂ່າວສານ ແລະ ກິດຈະກຳ, ສູນກາງ

ວັນທີ 13 ມິຖຸນາ 2022 ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຈັດຝຶກອົບຮົມການສ້າງຄວາມເຂັ້ມແຂງກ່ຽວກັບການນໍາໃຊ້ກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ ແລະ ການກໍານົດຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໃຫ້ແກ່ສະຫະພັນແມ່ຍິງແຂວງ ແລະ ຂັ້ນເມືອງຂອງແຂວງ ຈຳປາສັກ ພາຍໃຕ້ການເປັນປະທານກອງປະຊຸມໂດຍ ທ່ານ ນາງ ເຕດາວັນ ແກ້ວພິລາວັນ ກໍາມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ ຈໍາປາສັກ ພ້ອມດ້ວຍການເຂົ້າຮ່ວມຂອງທ່ານ ນາງ ສຸດາລັກ ພູນສະຫວັດ ຮອງຫົວໜ້າສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ, ມີປະທານ, ຮອງປະທານ ພ້ອມດ້ວຍພະນັກງານຂອງສະຫະພັນແມ່ຍິງແຂວງ ແລະ ສະຫະພັນແມ່ຍິງເມືອງ ທັງ 09 ເມືອງ ແລະ 01 ນະຄອນ ແລະ ຄະນະທີມງານຄູຝຶກຈາກສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ. ຊຶ່ງມີຈຸດປະສົງ ເພື່ອສ້າງຄວາມເຂັ້ມແຂງໃຫ້ການຈັດຕັ້ງສະຫະພັນແມ່ຍິງຂັ້ນແຂວງ ແລະ ເມືອງ ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບການກໍານົດຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໄດ້ໃນເບື້ອງຕົ້ນ ລວມທັງວິທີການໃນການປົກປ້ອງ, ຊ່ວຍເຫຼືອ ແລະ ການສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ລວມທັງການປະສານງານກັບພາກສ່ວນກ່ຽວຂ້ອງ ເພື່ອຮັບປະກັນຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ແລະ ຜູ້ຖືກເຄາະຮ້າຍ ໄດ້ຮັບການປົກປ້ອງ ແລະ ຊ່ວຍເຫຼືອໄດ້ຢ່າງທັນການ. ຊຸດຝຶກອົບຮົມຄັ້ງນີ້ ດໍາເນີນເປັນເວລາ 02 ວັນ (ວັນທີ 13-14 ມິຖຸນາ 2022) ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ຈໍາປາສັກ; ມີຜູ້ເຂົ້າຮ່ວມທັງໝົດ 44 ທ່ານ, ຍິງ 38 ທ່ານ, ຊາຍ 06 ທ່ານ.