ໃນການຄຸ້ມຄອງການປ່ຽນແປງດິນຟ້າອາກາດ ທີ່ເອົາໃຈໃສ່ບົດບາດຍິງ-ຊາຍ ເພື່ອຫຼຸດຜ່ອນຄວາມສ່ຽງໄພພິບັດໃນ ສປປ ລາວ ທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນປົກປັກຮັກສາສິ່ງແວດລ້ອມ. ເຂົ້າຮ່ວມໂດຍ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ, ມີທ່ານຮອງປະທານ, ຄະນະຫ້ອງການ, ກົມ, ສູນ, ລັດວິສາຫະກິດຝ້າຍລາວ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງຂອງໂຄງການເພື່ອປັບປຸງຊີວິດການເປັນຢູ່ຂອງແມ່ຍິງ ທີ່ໄດ້ຮັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ແລະ ຍົກລະດັບຄວາມສາມາດໃນການເຊື່ອມທັດສະນະບົດບາດຍິງ-ຊາຍ ເຂົ້າໃນການຄຸ້ມຄອງການປ່ຽນແປງດິນຟ້າອາກາດ. ໂຄງການດັ່ງກ່າວໄດ້ຮັບທຶນສະໜັບສະໜູນຈາກ ກອງທຶນປົກປັກຮັກສາສິ່ງແວດລ້ອມ ຊຶ່ງຈະຈັດຕັ້ງປະຕິບັດຢູ່ 02 ເມືອງ ໃນ 02 ແຂວງຄື: ເມືອງ ຈໍາພອນ ແຂວງສະຫວັນນະເຂດ ແລະ ເມືອງ ລະມາມ ແຂວງ ເຊກອງ ໃນໄລຍະເວລາ 02 ປີ.
ວັນທີ 13 ພຶດສະພາ 2022, ກົມພັດທະນາແມ່ຍິງລາວ ສູນກາງສະຫະພັນແມ່ຍິງລາວ ຈັດກອງປະຊຸມນໍາສະເໜີ ໂຄງການ ສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ
