ໂທລະສັບ 021 316253

ວັນທີ 09 ພຶດສະພາ 2022ທ່ານ ນາງ ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ

May 9, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ, ຄໍລຳ, ສິ່ງແວດລ້ອມ, ສຸຂະພາບ, ສູນກາງ, ນະຄອນຫຼວງວຽງຈັນ

ທ່ານ ນາງ ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ເປັນປະທານໃນຊຸດຝຶກອົບຮົມກິດຈະກຳການສ້າງຕັ້ງກຸ່ມທ້ອນເງິນເພື່ອການປ່ຽນແປງ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ມະໄລສີ ທຳມະໂຄດ ປະທານສະຫະພັນແມ່ຍິງແຂວງວຽງຈັນ. ຊຸດຝຶກອົບຮົມຄັ້ງນີ້ ຈັດຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງວຽງຄຳມີຜູ້ເຂົ້າຮ່ວມທັງໝົດ 22 ຄົນ (ຍິງ 20 ຄົນ, ຊາຍ 02 ຄົນ). ຜູ້ເຂົ້າຮ່ວມໄດ້ຮັບຟັງ ແລະ ສົນທະນາແລກປ່ຽນບົດຮຽນກັນໃນຫຼາຍຫົວຂໍ້ເຊັ່ນ: ກິດຈະກຳສ້າງຄວາມເຂັ້ມແຂງໃຫ້ແມ່ຍິງໃນການຫຼຸດຜ່ອນການລ່ວງລະເມີດທາງເພດໃນຊຸມຊົນ ພາຍໃຕ້ “ໂຄງການກັນ, ຄວບຄຸມ ແລະ ຕອບໂຕ້ການລະບາດຂອງພະຍາດໂຄວິດ-19”; ຄວາມສຳຄັນຂອງການສ້າງຕັ້ງກຸ່ມທ້ອນເງິນເພື່ອການປ່ຽນແປງ; ວິທີການ, ຂັ້ນຕອນໃນການສ້າງຕັ້ງກຸ່ມທ້ອນເງິນ ເພື່ອການປ່ຽນແປງ ແລະ ໃນຕອນທ້າຍຜູ້ເຂົ້າຮ່ວມໄດ້ຮັບຊົມວີດິໂອ ກ່ຽວກັບການສື່ສານກັບລູກແບບສ້າງສັນ, ເສີມສ້າງພັດທະນາການ, ສິ່ງທີ່ຄວນປະຕິບັດເວລາລູກເຈັບປ່ວຍ, ການສ້າງຕັ້ງກຸ່ມທ້ອນເງິນເພື່ອການປ່ຽນແປງ ເພື່ອສ້າງເຄືອຄ່າຍ ແລະ ຄູຝຶກຂັ້ນແຂວງ ແລະ ເມືອງເປົ້າໝາຍ, ກິດຈະກຳດັ່ງກ່າວດຳເນີນໄປພາຍໃຕ້ ໂຄງການຄວບຄຸມ ແລະ ຕອບໂຕ້ ການລະບາດຂອງພະຍາດໂຄວິດ-19(C19RM) ທີ່ໄດ້ຮັບການສະໜັບສະໜຸນຈາກກອງທຶນໂລກ(Global Fund)ທີ່ກົມພັດທະນາແມ່ຍິງລາວຮັບຜິດຊອບ ສູນກາງສະຫະພັນແມ່ຍິງລາວ ແລະ ຊຸດອົບຮົມດັ່ງກ່າວໄດ້ດຳເນີນເປັນເວລາ 02 ວັນເຕັມ.