ວັນທີ 09 ຕຸລາ 2023 ຄະນະຮັບຜິດຊອບລົງຊຸກຍູ້, ຕິດຕາມ, ກວດກາປົກກະຕິວຽກພັກ, ວຽກລັດ ປະຈໍາປີ 2023 ໄດ້ລົງຊຸກຍູ້, ຕິດຕາມ, ກວດກາວຽກພັກ ແລະ ວຽກລັດ ປະຈໍາປີ 2023 ຢູ່ສູນອົບຮົມແມ່ຍິງລາວ ສສຍລ. ນໍາພາຄະນະໂດຍ ທ່ານ ນາງ ລາວັນ ສຸດທິສານ ກຳມະການຄະນະບໍລິຫານງານພັກ, ຮອງປະທານຄະນະບໍລິຫານງານ ສສຍລ, ປະທານກວດກາວຽກລັດ ຂອງ ສສຍລ, ຫົວໜ້າຄະນະຮັບຜິດຊອບລົງຊຸກຍູ້, ຕິດຕາມ, ກວດກາປົກກະຕິວຽກພັກ, ວຽກລັດ ປະຈໍາປີ 2023; ເຂົ້າຮ່ວມມີຄະນະໜ່ວຍພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນຂອງສູນອົບຮົມແມ່ຍິງລາວ ເຂົ້າຮ່ວມ.