ເພື່ອການພັດທະນາຊັບພະຍາກອນມະນຸດ ພ້ອມຄະນະ ໄດ້ເຂົ້າຮ່ວມປະກອບຄໍາເຫັນໃສ່ເອກະສານ ກອງປະຊຸມສະໄໝສາມັນຄົບຄະນະ ຄະນະກຳມາທິການແຫ່ງຊາດ ເພື່ອພັດທະນາຊັບພະຍາກອນມະນຸດ ຄັ້ງທີ X ແລະ ເຂົ້າຮ່ວມກອງປະຊຸມອອນລາຍ ເພື່ອກະກຽມຄວາມພ້ອມທາງດ້ານເນື້ອໃນຂອງກອງປະຊຸມດັ່ງກ່າວ. ຈຸດປະສົງຂອງກອງຊຸມແມ່ນ ເພື່ອກະກຽມບົດລາຍງານ ການເພີ່ມທະວີການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາປະເທດຊາດໄລຍະໃໝ່ ແລະ ຮ່າງມະຕິເພື່ອລາຍງານ ແລະ ນໍາເຂົ້າພິຈາລະນາໃນກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ IX ແລະ ການກະກຽມຄວາມພ້ອມໃນການຮັບຮອງເອົາເນື້ອໃນ 6 ເອກະສານ ໃນກອງປະຊຸມ ຄຊພຊ ຄັ້ງທີ X ທີ່ຈະຈັດຂຶ້ນໃນວັນທີ 06 ພຶດສະພາ 2022.
ວັນທີ 03 ພຶດສະພາ 2022, ທ່ານ ນາງ ທໍາມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານ ສສຍລ ຄະນະກໍາມາທິການແຫ່ງຊາດ
