loader image

ວັນທີ 02 ມິຖຸນາ 2022 ສູນກາງສະຫະພັນແມ່ຍິງລາວ ຈັດກອງປະຊຸມຊຸກຍູ້ຕິດຕາມວຽກງານພັດທະນາແມ່ຍິງ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ

Jun 2, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ

ວັນທີ 02 ມິຖຸນາ 2022 ສູນກາງສະຫະພັນແມ່ຍິງລາວ ຈັດກອງປະຊຸມຊຸກຍູ້ຕິດຕາມວຽກງານພັດທະນາແມ່ຍິງ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ຂອງສະຫະພັນແມ່ຍິງລາວ ຢູ່ທີ່ແຂວງເຊກອງ ໂດຍການເປັນປະທານຮ່ວມຂອງທ່ານ ນ. ອິນລາວັນ ແກ້ວບຸນພັນ ປະທານ ຄະນະບໍລິຫານງານ ສສຍລ ແລະ​ ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງໆເຊກອງ, ມີຄະນະປະທານສະຫະພັນແມ່ຍິງແຂວງ ແລະ​ ສະມາຊິກແມ່ຍິງອ້ອມຂ້າງແຂວງເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້ ທ່ານ ນ. ມະນີວອນ ສາຍນໍ້າລິນ ຮອງປະທານ ສຍ ແຂວງ ໄດ້ລາຍງານໂດຍຫຍໍ້ສະພາບລວມຂອງການຈັດຕັ້ງປະຕິບັດວຽກງານພັດທະນາແມ່ຍິງ ທີ່ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດຂອງແຂວງ.
ຈາກນັ້ນ, ຕາງໜ້າຈາກຫ້ອງການ, ກົມຈັດຕັ້ງ ແລະ ພະນັກງານ, ກົມພັດທະນາແມ່ຍິງລາວ, ຫ້ອງການກອງເລຂາ ຄຊກມດ, ສູນໃຫ້ຄຳປຶກສາປົກປ້ອງແມ່ຍິງ -​ ເດັກນ້ອຍ​ ສສຍລ ກໍໄດ້ນຳສະເໜີພາລະບົດບາດຂອງຕົນ ພ້ອມທັງວຽກງານທີ່ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ.
ພ້ອມດຽວກັນນີ້, ທ່ານ ປະທານຄະນະບໍຫານງານ ສສຍລ ຍັງໄດ້ໃຫ້ກຽດມອບທຸງໄຊ ແລະ ໃບຢັ້ງຢືນຮັກສານາມມະຍົດທຸງໄຊ 3 ດີໃຫ້ກັບ ສຍ ແຂວງຕື່ມອີກ.