loader image

ພິທີເປີດຝຶກອົບຮົມເອົາຜູ້ຊາຍມີສ່ວນຮ່ວມໃນການປ້ອງກັນຄວາມຮຸນແຮງຕໍ່ແມ່ຍິງ ແລະ ການສົ່ງເສີມສຸຂະພາບທາງເພດ ແລະ ຈະເລີນພັນໃນບ້ານເປົ້າໝາຍ ຂອງແຂວງອັດຕະປື

Apr 26, 2023 | ຂ່າວສານ ແລະ ກິດຈະກຳ

ພິທີເປີດຝຶກອົບຮົມເອົາຜູ້ຊາຍມີສ່ວນຮ່ວມໃນການປ້ອງກັນຄວາມຮຸນແຮງຕໍ່ແມ່ຍິງ ແລະ ການສົ່ງເສີມສຸຂະພາບທາງເພດ ແລະ ຈະເລີນພັນໃນບ້ານເປົ້າໝາຍ ຂອງແຂວງອັດຕະປື ຈັດຂຶ້ນໃນວັນທີ 25 ເມສາ 2023, ໂດຍການເປັນປະທານຂອງທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ມີທ່ານນາງ ຈັນເພັດ ຈັນມະມາດ ປະທານສະຫະພັນແມ່ຍິງແຂວງອັດຕະປື, ທ່ານນາງ ບຸນເຫຼືອ ຈັນທະພົມມາ ຫົວໜ້າສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສສຍລ, ສະມາຊິກສະຫະພັນແມ່ຍິງແຂວງ, ເມືອງ ແລະ ອາສາສະໝັກຂັ້ນບ້ານ 3 ບ້ານ ຄື: ບ້ານເຊໃຫຍ່, ບ້ານທ່າຫີນ ແລະ ບ້ານສາມັກຄີໄຊ ພ້ອມດ້ວຍທີມງານຄູ່ຝຶກຈາກສູນກາງສະຫະພັນແມ່ຍິງລາວເຂົ້າຮ່ວມທັງໝົດ 26 ທ່ານ, ຍິງ 9 ທ່ານ ແລະ ຊາຍ 17 ທ່ານ. ຈຸດປະສົງການຝຶກອົບຮົມ ເພື່ອຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ ແລະ ກົດໝາຍຂອງລັດ ໂດຍສະເພາະກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ແລະ ແຜນພັດທະນາແມ່ຍິງລາວໃຫ້ປະກົດຜົນເປັນຈິງ; ເພື່ອໃຫ້ການປ້ອງກັນການໃຊ້ຄວາມຮຸນແຮງ, ການສົ່ງເສີມບົດບາດ ຍິງ-ຊາຍຢູ່ໃນສັງຄົມ ໄດ້ຮັບການຈັດຕັ້ງປະຕິບັດໃນຊີວິດຕົວຈິງ ແລະ ເພື່ອຍົກລະດັບຄວາມຮູ້ຄວາມສາມາດກ່ຽວກັບບົດບາດຍິງ -ຊາຍ, ການຕ້ານການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ ແລະ ສຸຂະພາບພາບຈະເລີນພັນ ໃຫ້ແກ່ອາສະໝັກ ສຍ ແຂວງ.