ໂທລະສັບ 021 316253

ພິທີເປີດການນໍາໃຊ້ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ – ເດັກນ້ອຍ ແຂວງບໍ່ແກ້ວຢ່າງເປັນທາງການ

Apr 26, 2023 | ຂ່າວສານ ແລະ ກິດຈະກຳ

ພິທີເປີດການນໍາໃຊ້ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ – ເດັກນ້ອຍ ແຂວງບໍ່ແກ້ວຢ່າງເປັນທາງການ
ພິທີເປີດການນໍາໃຊ້ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ – ເດັກນ້ອຍ ແຂວງບໍ່ແກ້ວຢ່າງເປັນທາງການ ຈັດຂຶ້ນໃນວັນທີ 20 ເມສາ 2023,ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ, ຮອງປະທານ ຄຊກມດ (ຜູ້ປະຈໍາການ); ທ່ານ ຄໍາຜະຫຍາ ພົມປັນຍາ ຮອງເຈົ້າແຂວງໆບໍ່ແກ້ວ, ປະທານ ຄກມດ ແຂວງ, ທ່ານ ນາງ ມາລຽມ ເອຄານ ຜູ້ຕາງໜ້າອົງການ ສະຫະປະຊາຊາດເພື່ອປະຊາກອນ (UNFPA), ທ່ານ ເຈແມດທິວ ແບງສ ຜູ້ຕາງໜ້າສະຖານທູດ ອົດສະຕາລີ ປະຈໍາລາວ ພ້ອມດ້ວຍສະຫະພັນແມ່ຍິງແຂວງບໍ່ແກ້ວ, ບັນດາທ່ານແຂກຈາກສູນກາງ, ພະແນກການ, ອົງການລັດທຽບເທົ່າອ້ອມຂ້າງແຂວງ, ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກແຂວງ, ແຂກຮັບເຊີນເຂົ້າຮ່ວມ.
ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ – ເດັກນ້ອຍ ແຂວງບໍ່ແກ້ວ ໄດ້ຮັບການປັບປຸງ ເພື່ອເປັນບ່ອນບໍລິການໃຫ້ຄໍາປຶກສາທາງດ້ານກົດໝາຍ, ດ້ານຈິດໃຈ ແລະ ດ້ານສຸຂະພາບໃຫ້ແກ່ແມ່ຍິງ-ເດັກນ້ອຍ ທີ່ມີບັນຫາໃນສັງຄົມ, ຮັບແຈ້ງຄວາມ, ຮັບຄໍາສະເໜີຂອງແມ່ຍິງ ແລະ ເດັກນ້ອຍ, ຄົ້ນຄວ້າແກ້ໄຂ, ໄກ່ເກ່ຍບັນຫາທີ່ພົວພັນເຖິງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ ທັງເປັນຜູ້ປົກປ້ອງແມ່ຍິງ-ເດັກນ້ອຍ ໃນການດໍາເນີນຄະດີ, ສະໜອງທີ່ພັກເຊົາທີ່ປອດໄພຊົ່ວຄາວ, ເບິ່ງແຍງດູແລ, ບໍາບັດຟື້ນຟູແມ່ຍິງ-ເດັກນ້ອຍ ຈາກການໃຊ້ຄວາມຮຸນແຮງໃນຄອບຄົວ, ຈາກການຄ້າມະນຸດ ແລະ ຈາກການກົດຂີ່ຂູດຮີດທາງເພດ; ເປັນສະຖານທີ່ພັກເຊົາທີ່ປອດໄພຊົ່ວຄາວສໍາລັບຜູ້ຖືກເຄາະຮ້າຍໃນຮູບແບບຕ່າງໆຢູ່ຂັ້ນແຂວງ ໃນໄລຍະລໍຖ້າໃນການເກັບກໍາຂໍ້ມູນຂອງຜູ້ຖືກເຄາະຮ້າຍພ້ອມທັງນໍາສົ່ງກັບຄືນສູ່ຄອບຄົວ ແລະ ສັງຄົມ ແລະ ເຮັດໜ້າທີ່ໃນການໃຫ້ຄໍາປຶກສາ ແລະ ປົກປ້ອງຊ່ວຍເຫຼືອແມ່ຍິງ-ເດັກທີ່ຖືກເຄາະຮ້າຍ ແນໃສ່ເປັນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ-ເດັກ, ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ແລະ ການປະຕິບັດແຜນພັດທະນາແມ່ຍິງແຂວງບໍ່ແກ້ວໃນແຕ່ລະໄລຍະໃຫ້ບັນລຸຄາດໝາຍທີ່ວາງໄວ້.