loader image

ພິທີສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 113 ປີ

Mar 13, 2023 | ຂ່າວສານ ແລະ ກິດຈະກຳ

ພິທີສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 113 ປີ
ໃນຫົວຂໍ້: ດີຈິຕອນ ສໍາລັບທຸກຄົນ: ການນຳໃຊ້ນະວັດຕະກຳ ແລະ ເຕັກໂນໂລຊີເພື່ອຄວາມສະເໝີພາບຍິງ-ຊາຍ~ (DigitALL: Innovation and Technology for Gender Equality)
ວັນທີ 10 ມີນາ 2023 ທີ່ ສູນຝຶກອົບຮົມ ແລະ ຮ່ວມມືສາກົນ, ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ອິນລາວັນ ແກ້ວບຸນພັນ, ປະທານສູນກາງສະຫະພັນແມ່ຍິງລາວ; ມີບັນດາທ່ານ ຄະນະພັກ, ຄະນະນຳ ກະຊວງ-ອົງການ ກະຊວງ, ບັນດາທ່ານເອກອັກຄະລັດຖະທູດ, ອຸປະທູດ, ຜູ້ຕາງໜ້າສະຖານທູດ, ຫົວໜ້າອົງການຈັດຕັ້ງ, ຄູ່ຮ່ວມພັດທະນາ, ບັນດາ​ທ່ານ​ຄະນະບໍລິຫານ​ງານສູນ​ກາງ​ສະຫະພັນ​​ແມ່ຍິງ​ລາວ, ຄະນະສະຫະພັນແມ່ຍິງ, ບັນດາກະຊວງ-ອົງການ, ພະນັກງານ ສສຍລ ເຂົ້າຮ່ວມຢ່າງພ້ອມພຽງ.
ພິທີໃນມື້ນີ້ ແມ່ນໜຶ່ງໃນ 3 ກິດຈະກໍາຫຼັກ ທີ່ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບຄູ່ຮ່ວມພັດທະນາ ໄດ້ຈັດຂື້ນ ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ ຮ່ວມກັບບັນດາແມ່ຍິງລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ແລະ ບັນດາແມ່ຍິງໃນບັນດາປະເທດຕ່າງໆໃນໂລກ. ໃນ ວັນທີ 8 ມີນາ ໄດ້ມີກິດຈະກໍາຍ່າງເພື່ອສຸຂະພາບຂອງຄອບຄົວ ຄັ້ງທີ 3 ແລະ ວັນທີ 9 ມີນາ ໄດ້ຈັດສໍາມະນາກ່ຽວກັບສຸຂະພາບ, ບັນຫາທີ່ພົວພັນເຖິງການປົກປ້ອງສິດ ແລະຜົນປະໂຫຍດຂອງແມ່ຍິງ ແລະກວດຕາໂດຍບໍ່ເສຍຄ່າໃຫ້ແກ່ແມ່ຍິງໃນນະຄອນຫລວງວຽງຈັນ.
ພິທີສະເຫຼີມສະຫຼອງວັນແມ່ຍິງສາກົນໃນປີ 2023 ພາຍໃຕ້ຄໍາຂວັນ: ດິຈິຕອນ ສຳລັບທຸກຄົນ: ການນຳໃຊ້ນະວັດຕະກຳ ແລະ ເຕັກໂນໂລຊີເພື່ອຄວາມສະເໝີພາບຍິງ-ຊາຍ ຫົວຂໍ້ວັນແມ່ຍິງສາກົນໃນປີນີ້ ຍັງສອດຄ່ອງ ກັບຫົວຂໍ້ຂອງ ກອງປະຊຸມຄັ້ງທີ 67 ຂອງຄະນະກຳມະການ ວ່າດ້ວຍສະຖານະພາບຂອງແມ່ຍິງ ທີ່ກໍາລັງດໍາເນີນຢູ່ ທີ່ສຳນັກງານໃຫຍ່ ຂອງສະຫະປະຊາຊາດ, ນະຄອນນິວຢອກ ສະຫະລັດອາເມລິກາ, ເຊິ່ງຄະນະຜູ້ແທນ ຈາກ ສປປລາວ ກໍໄດ້ເຂົ້າຮ່ວມ ແລະ ມີຄໍາເຫັນຕໍ່ ກອງປະຊຸມດັ່ງກ່າວ; ຊຶ່ງໄດ້ຍົກໃຫ້ເຫັນ ຄວາມບໍ່ສະເໝີພາບຍິງ-ຊາຍ ທາງດ້ານເສດຖະກິດ ແລະ ສັງຄົມ ຈາກການນຳໃຊ້ດິຈິຕອນ ແລະ ເຕັກໂນໂລຊີ ໂດຍສະເພາະແມ່ນຍົກໃຫ້ເຫັນຄວາມສຳຄັນໃນການປ້ອງກັນແມ່ຍິງ ແລະ ເດັກຍິງ ທີ່ຖືກເອົາລັດເອົາປຽບ ແລະ ການຫາຜົນປະໂຫຍດທີ່ອຳນວຍຄວາມສະດວກຈາກການນຳໃຊ້ ໄອທີ ແລະ ອິນເຕີເນັດ ແລະ ຮຽກຮ້ອງໃຫ້ທູກພາກສ່ວນຮ່ວມກັນ ເຮັດໃຫ້ໂລກດິຈິຕອນມີຄວາມປອດໄພ, ມີຄວາມສະເໝີພາບ ແລະ ເທົ່າທຽມກັນກວ່າເກົ່າ; ໃນການປະສົບວິກິດການຂອງໂລກ ແຕ່ພວກເຮົາຍັງມີໂອກາດທີ່ສ້າງອະນາຄົດທີ່ດີກວ່າ ບໍ່ພຽງແຕ່ສຳລັບແມ່ຍິງ ແລະ ເດັກຍິງ ແຕ່ແມ່ນສຳລັບທຸກຄົນໃນການນຳໃຊ້ດິຈິຕອນ.
ພິທີໃນມື້ນີ້ ບັນດາທ່ານຍັງໄດ້ຮັບການນຳສະເໜີຜົນສຳເລັດໃນໄລຍະຜ່ານມາ ກ່ຽວກັບນະວັດຕະກຳ ແລະ ເປັນເຕັກໂນໂລຊີ ຈາກການນຳຂອງຂະແໜງສຶກສາທິການ ແລະ ກິລາໃນຫົວຂໍ້ ການສົ່ງເສີມຄວາມເຂົ້າໃຈ, ການມີສ່ວນຮ່ວມ ແລະ ການເຂົ້າເຖິງການສຶກສາ ດ້ານວິທະຍາສາດ, ເຕັກໂນໂລຊີ, ວິສະວະກຳ ແລະ ເລກ (STEM) ຂອງແມ່ຍິງ ແລະ ເດັກຍິງ ແລະ ຫົວຂໍ້ທີ່ຕິດພັນເຖິງຄວາມສະເໝີພາບຍິງ-ຊາຍເປັນຕົ້ນ: ນະໂຍບາຍໃນການປ້ອງກັນ ແລະ ຕອບໂຕ້ການປະພຶດທາງເພດທີ່ບໍ່ເໝາະສົມ ໃນສະຖານທີ່ເຮັດວຽກ, ການເຮັດວຽກດູແລ ທີ່ໄດ້ຮັບຄ່າຕອບແທນ ແລະ ບໍ່ໄດ້ຮັບຄ່າຕອບແທນ, ພາວະຄວາມເປັນຜູ້ນຳ ແລະ ການສົ່ງເສີມການມີສ່ວນຮ່ວມ ແລະ ຄວາມຫຼາກຫຼາຍ ​ໂດຍວິທະຍາກອນທີ່ມາຈາກພາກສ່ວນຕ່າງໆ ທີ່ມີບົດຮຽນ ແລະ ປະສົບການ.