ໂທລະສັບ 021 316253

ພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ປະຈຳປີ 2023

Jun 2, 2023 | ຂ່າວສານ ແລະ ກິດຈະກຳ

ວັນທີ 30 ພຶດສະພາ 2023 ທ່ານ ນາງ ທຳມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຫົວໜ້າຫ້ອງການ ສສຍລ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ປະຈຳປີ 2023 ພາຍໃຕ້ຫົວຂໍ້: ການລົງທຶນໃນອະນາຄົດ ຄືການລົງທຶນໃສ່ເດັກ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສຈ.ປອ ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ກ່າວເປີດງານໂດຍ: ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ; ມີຕາງໜ້າຈາກກະຊວງ, ອົງການ, ແນວລາວສ້າງຊາດ, ອົງການມະຫາຊົນ, ແຂກຖືກເຊີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນ້ອງນັກຮຽນເຂົ້າຮ່ວມ. ການຈັດງານໃນຄັ້ງນີ້ເພື່ອປູກຈິດສຳນຶກໃຫ້ນ້ອງນ້ອຍເຍົາວະຊົນໄດ້ຮັບຮູ້ຄວາມໝາຍຄວາມສຳຄັນ; ຄວາມເອົາໃຈໃສ່ຂອງພັກ-ລັດ ຕໍ່ວຽກງານດັ່ງກ່າວ, ແນໃສ່ສ້າງໂອກາດໃຫ້ນ້ອງນ້ອຍເຍົາວະຊົນໄດ້ມີເວທີສະແດງຄວາມຮູ້ຄວາມສາມາດ, ພອນສະຫວັນ, ສ້າງຄວາມສາມັກຄີກັບໝູ່ຄູ່; ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ແລະ ສະແດງເຖິງຄວາມໜັກແໜ້ນເຂັ້ມແຂງທາງດ້ານແບບແຜນຂອງເຍົາວະຊົນ ພ້ອມທັງມີກິດຈະກຳຫຼາກຫຼາຍພາຍໃນງານ.
ໂອກາດທີ່ມີຄວາມໝາຍສຳຄັນນີ້ຜູ້ເຂົ້າຮ່ວມໄດ້ຮັບຟັງການໂອ້ລົມຈາກ ທ່ານ ສຈ. ປອ ກິແກ້ວ ໄຂຄຳພິທູນ ເຊິ່ງທ່ານໄດ້ເນັ້ນໃຫ້ບັນດາລູກຫຼານຍິງ-ຊາຍ ຈົ່ງອອກແຮງສຶກສາຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນຄົນຮູ້, ມີສະຕິປັນຍາ, ມີຄຸນສົມບັດ, ມີຄວາມສຸກເບີກບານມ່ວນຊຶ່ນ ເພື່ອເປັນຊັບພະຍາກອນມະນຸດອັນປະເສີດ ໃນການພັດທະນາປະເທດຊາດ ໃຫ້ມັ່ງຄັ່ງເຂັ້ມແຂງ, ໃຫ້ປະຊາຊົນຮັ່ງມີຜາສຸກ, ສ້າງສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ ທີ່ພັກໄດ້ວາງໄວ້ ດັ່ງຄຳຂວັນເຍົາວະຊົນທີ່ວ່າ: ເພື່ອພາລະກິດຂອງຊາດ ເຍົາວະຊົນກຽມພ້ອມ.